ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-13 11:31:44    
ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລີກ​ຂອງ​ສະ​ພາ​ຊຸດ​ໃໝ່​ຂອງ​ອີ​ຣັກ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມີ​ນາ

cri Author: min

 

ຕາມ​ຂ່າວCRI: ວັນ​ທີ 12 ມີນາ, ທ່ານ​ທາລາ​ບາ​ນີ ປະທາ​ນາທິ​ບໍດີ​ລັດຖະບານ​ຂ້າມ​ຜ່ານ​ອີຣັກ​ປະກາດ​ວ່າ, ກອງ​ປະຊຸມ​ຄັ້ງ​ປະຖົມ​ມະ​ເລີກ​ຂອງ​ສະພາ​ຊຸດ​ໃໝ່​ຂອງ​ອີຣັກ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມີນາ.

ຫຼັງຈາກ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຮາ​ລິນຈາດ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ, ທ່ານ​ຮາ​ຄິມ ປະ​ທານ​ຄະນະ​ກຳມະການ​ປະ​ຕິ​ວັດ​ອິສລາມ​ສູງ​ສຸດ​ຂອງ​ອີຣັກ​ແລະ​ຜູ້ນຳ​ພັກ​ການ​ເມືອງ​ອື່ນໆ​ແລ້ວ, ທ່ານ​ທາລາ​ບາ​ນີ​ໄດ້ອອກ​ຖະ​ແຫຼງ​ການ, ​ກ່າວ​ລື້​ມວ່າ, ​ຫຼັງຈາກ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ຊຸດ​ໃໝ່​, ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈະ​ຈັດການ​ເຈລະຈາ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ລັດຖະບານ​ຕໍ່​ໄປ, ​ເພື່ອ​ມ້າງ​ສະພາ​ບ​ການ​ເມືອງ​ທີ່​ແຂງ​ກະ​ດ້າງ​​ໃນ​ສະ​ເພາະ​ໜ້າໂດຍ​ໄວ.

ໃນ​ມື້​ດຽວ​ກັນ, ທ່ານ​ຈາ​ຝາຣີ ນາຍົກ​ລັດຖະ​ມົນຕີ​ລັດຖະບານ​ຂ້າມ​ຜ່ານ​ອີຣັກ​ເວົ້າ​ວ່າ, ຈະ​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ​ໃນ​ບັນຫາ​ຈັດ​ຕັ້ງ​ລັດຖະບານ​ລະຫວ່າງ​ບັນດາ​ຝ່າຍ​ການ​ເມືອງ​ອີຣັກ​ຕາມ​ລັດຖະ​ທຳ​ມະນູນ​ສະບັບ​ໃໝ່​ທີ່​ຜ່ານ​ຮັບ​ຮອງ​ໃນ​​ເດືອນ​ຕຸລາ​ປີ​ກາຍ​. ທ່ານ​ເວົ້າ​ວ່າ, ອີຣັກ​ຈະ​ຜ່ານ​ຜ່າ​ອຸປະສັກ​ບົນ​ເສັ້ນ​ທາງ​ສ້າງສາ​ປະຊາ​ທິ​ປະ​ໄຕ​ຄືນ​ໃໝ່​ຕາມ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ໃນ​ລັດຖະທຳ​ມະນູນ, ​ແຕ່​ຫາກ​ບໍ່​ແມ່ນ​​ແກ້​ໄຂ​ບັນ​ຫາ​ດ້ວຍ​ວິທີ​ປາບ​ປາມ​ຫຼື​ຜະ​ເດັດ​ການ.
1  2  3  4