ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 27th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-14 17:34:31    
ຝ່າຍ​ຄ້ານ​ຂອງ​ໄທ​ຈັດ​ງານ​ຊຸມ​ນຸມ​ທວງ​ໃຫ້​ທ່ານ​ທັກ​ສິນ​ລາ​ອອກ​ຈາກ​ຕຳ​ແໜ່ງ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ​:ວັນ​ທີ 14 ມີນາ,​ຝ່າຍ​ຄ້ານ​ຂອງ​ໄທ​ໄດ້​ຈັດ​ງານ​ຊຸມ​ນຸມຢູ່​ໜ້າ​ສຳນັກ​ງານ​ນາ​ຍົກ​ລັດຖະ​ມົນຕີ,​ທວງ​ໃຫ້​ທ່ານ​ທັກ​ສິນ ຊິນນະ​ວັດລາ​ອອກ​ຈາກ​ຕຳ​ແໜ່​ງ.ນີ້​ແມ່ນ​ຝ່າຍ​ຄ້ານ​ຂອງ​ໄທຈັດ​ງານ​ຊຸມ​ນຸມ​ຄັດ​ຄ້ານ​ທ່ານ​ທັກ​ສິນ ຊິນນະ​ວັດ​​ຢູ່​ໜ້າ​ສຳນັກ​ງານ​ນາຍົກ​ລັດຖະ​ມົນຕີ​ເທື່ອ​ທີ 2 ​ແຕ່​ເດືອນ​ກຸມພາ​ປີ​ນີ້​ເປັນ​ຕົ້ນ​ມາ.

ມີ​ປະມານ​ໜຶ່ງ​ແສນ​ຄົນ​ໄດ້​ເຂົ້າຮ່ວມ​ງານ​ຊຸມນຸມ​​ສັນຕິ​ພາບໃນ​ມື້​ດຽວ​ກັນ.ຜູ້​​ເຂົ້າ​ຮ່ວມ​ການ​ຊຸມ​ນຸມ​ໄດ້​​ປາຖະ​ກະຖາ​ຢູ່​ໜ້າ​ສຳນັກ​ງານນາ​ຍົກ​ລັດຖະ​ມົນຕີ,​ທວງ​ໃຫ້​ທ່ານ​ທັກ​ສິນລາ​ອອກ​ຈາກ​ຕຳ​ແໜ່​ງ.

ຕາມ​ໄດ້​ຊາບ​,ປະຈຸ​ບັນ ຝ່າຍ​ຕຳຫຼວດ​ຂອງ​ໄທ​​ໄດ້​ເພີ່ມ​ທະວີ​​ໃຊ້ມາດ​ຕະ​ການ​ຮັກສາ​ຄວາມ​ປອດ​ໄພ​ຢູ່​​ໃຈ​ກາງ​ເມືອງ​ບາງ​ກອກ.

ນອກ​ນີ້​ຂ່າວ​ແຈ້ງວ່າ,​ໃນຕອນ​ເຊົ້າ​ວັນ​ທີ 14 ມີນາ ທ່ານ​ທັກ​ສິນ​ພວມ​ເຂົ້າຮ່ວມ​ການ​ແຂ່ງຂັນ​ເລືອກ​ຕັ້ງຢູ່​ພາກ​ອີສານ​ຂອງ​ໄທ ​ໄດ້​ປະຕິ​ເສດ​ຂ່າວ​ທີ່​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່​ງ,​ແລະ​ກ່າວ​ວ່າ ຖ້າວ່າ​ງານ​ຊຸມນຸມ​ຜັນ​ປ່ຽນ​ເປັນ​ກຳລັງ​ຮຸນ​ແຮງ,ທ່ານ​ຈະ​ປະກາດ​ເຂົ້າ​ສູ່ສະ​ພາວະ​ສຸກ​ເສີນ.

ໂດຍ​ແນ​ໃສ່​ສຽງ​ຮຽກ​ຮ້ອງ​ຂອງ​ຝ່າຍ​ຄ້ານ​ພາຍ​ໃນ​ປະ​ເທດ​ໄທ​ທີ່​ທວງ​ໃຫ້​ທ່ານ​ທັກສິນ​ລາ​ອອກ​ຈາກ​ຕຳ​ແໜ່​ງນັບ​ມື້​ນັບ​ແຮງ​ຂຶ້ນ,​ໃນວັນ​ທີ 24 ກຸມພາ,​ທ່ານ​ທັກສິນ​ໄດ້​ປະກາດ​ຍຸບ​ສະພາ​ຕ່ຳ,​ແລະ​ກຳນົດ​ວ່າ​ຈະຈັດການ​​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ວັນ​ທີ 2 ​ເມສາ,​ແຕ່ພັກ​ຝ່າຍ​ຄ້ານ 3 ພັກ​​ໄດ້​ປະກາດ​ຮ່ວມ​ກັນ​ຂວ້ຳ​ບາດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040