ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-15 13:23:45    
ສື່​ມວນ​ຊົນ​ແລະ​ນັກ​ປາດ​ຕ່າງ​ປະ​ເທດ​ສືບ​ຕໍ່​ເອົາ​ໃຈ​ໃສ່​ນຳ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ​: ຂ່າວ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ປິດ​ປະຊຸມ​​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຈາກ​ສື່​ມວນ​ຊົນ​ແລະ​ນັກປາດ​ຕ່າງ​ປະ​ເທດ​, ​ໂດຍ​ສະ​ເພາະ​ແມ່ນ​ເນື້ອ​ໃນ​ກ່ຽວ​ກັບ​ບັນຫາ​ຊົນນະບົດ, ບັນຫາ​ໄຕ້​ຫວັນ​ແລະ​ໂຄງ​ຮ່າງ​ແຜນ​ພັດທະນາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ 5 ປີ​ຄັ້ງ​ທີ 11 ຂອງ​ກອງ​ປະຊຸມ​ສອງ​ສະພາ​ໄດ້​ພາ​ໃຫ້​ມີ​ສຽງ​ສະ​ທ້ອນ​ຢ່າງ​ຟົດ​ຟື້ນ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກຂ່າວ, ດອກ​ເຕີ​ລ້າຍ​ຮົງ​ອີ້ ນັກ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ຂອງ​ມະຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ສິງ​ກະ​ໂປ​ເວົ້າ​ວ່າ, ການ​ສ້າງ​ຊົນນະບົດ​​ໃໝ່​ສັງຄົມ​ນິຍົມ, ຈະ​ຊ່ອຍ​ຫຍໍ້​ຄວາມ​ຜິດ​ໂຕນ​ກັນ​ລະ​ຫວ່າງ​ຕົວ​ເມືອງ​ກັບ​ຊົນນະບົດ​ໃຫ້​ໜ້ອຍ​ລົງ, ​ເຮັດ​ໃຫ້​ຊົນ​ນະ​ບົດ​ແລະ​ກະສິກຳ​ຈີນ​ມີ​ຊ່ອງ​ຫວ່າງ​ພັດທະນາ​ແບບ​ຍືນ​ຍົງ.

ວັນ​ທີ 14 ມີນາ, ໜັງ​ສື​ພິມຣັດຊິ​ສກາ​​ຢາ ກາ​ເຊຕາ ຣັດ​ເຊຍ​ໄດ້​ພິມ​ບົດ​ຄວາມ, ​ເຫັນ​ວ່າ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ໄດ້​ທຳ​ການ​ຕົກລົງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ​ເຮັດ​ໃຫ້​ມາດ​ຕະການສັບ​ຊ້ອນ​ຢ່າງ​ມີ​ແຜນ​ການ​ຂອງ​ລັດ​ເຊື່ອມ​ຕໍ່​ກັບ​ການ​ປະຕິ​ຮູບ​ຕະຫຼາດ​ຕື່ມ​ອີກ.

ສື່​ມວນ​ຊົນ​ສ.​ເກົາຫຼີ​ຕ່າງ​ໄດ້ແຈ້ງ​ຂ່າວ​ປິດກອງ​ປ​ະຊຸມ​ສອງ​ສະພາ​ຂອງ​ຈີນ​. ໜັງ​ສື​ພິມ​ເສດຖະກິດ​ເຊ​ອຸນ​ຊີ້​ອອກ​ວ່າ, ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ຫາລື​ແລະ​ຜ່ານ​ນະ​ໂຍບາຍ​ຫຼາຍ​ລາຍ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂອງ​ຈີນ​ໃນ​5 ປີ​ຂ້າງ​ໜ້າ, ​ແກນ​ກາງ​ຂອງ​ນະ​ໂຍ​ບາຍ​ເຫຼົ່າ​ນີ້​ກໍ່​ແມ່ນ: ພັດທະນາ​ຢ່າງ​ກົມກຽວ​ກັນ​​ໃນ​ທ່າມ​ກາງ​ຄວາມ​ໝັ້ນ​ທ່ຽງ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ນາງ​ມາ​ເກີ​ເຣດ​ໂຄ​ນີສ ຜູ້​ອຳນວຍ​ການ​ບໍລິຫານ​ງານ​ຂອງ​ຄະນະ​ມົນຕີການ​ຄ້າ​ກາ​ນາ​ດາ​ຈີນ​ເວົ້າວ່າ, ລັດຖະບານ​ຈີນ​ສະ​ເໜີ​ເອົາ​ອຸດ​ສາ​ຫະກຳ​ຫຼໍ່ລ້ຽງ​ກະສິກຳ​, ​ໃຊ້​ມາດ​ຕະການ​ຫຼຸດ​ພາສີ​ອາກອນ​ຂອງ​ກະສິກອນ​ແລະ​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ, ​ສ້າງສາ​ພື້ນຖານ​ໂຄງ​ລ່າງ​​ໃນ​ຊົນນະບົດ​​ໃຫ້​ດີ​ຂຶ້ນ​ອີກ​ແລະ​ອື່ນໆ, ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ກວມ​ລວມ​ຂອງ​ຈີນ​ໃຫ້​ກົມກຽວ​ກັນ.