ຄົນໄທ 1 ແສນຄົນປິດລ້ອມທຳນຽບນາຍົກ, ເສັ້ນທາງສຳຄັນເບ້ຍໃນຂັ້ນພື້ນຖານ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 14 ມີນາ, ຜູ້ຄັດຄ້ານລັດຖະບານນັບເປັນໝື່ນຄົນໄດ້ຈັດການແຫ່ຂະບວນສະແດງກຳລັງຢູ່ໜ້າທຳນຽບນາຍົກລັດຖະມົນຕີຂອງໄທ, ທວງໃຫ້ທ່ານທັກສິນ ຊິນນະວັດລາອອກຈາກຕຳແໜ່ງ. ນີ້ແມ່ນເທື່ອໜຶ່ງທີ່ມີຈຳນວນຄົນຫຼາຍກວ່າໝູ່ໃນການສະແດງກຳລັງຄັດຄ້ານທ່ານທັກສິນໃນໄລຍະມໍ່ໆນີ້.
ຕາມຊາບວ່າ, ຖະໜົນຫຼັກຫຼາຍເສັ້ນທີ່ເນັ່ງຜ່ານທຳນຽບນາຍົກລັດຖະມົນຕີໄດ້ປິດທາງແລ້ວ, ການຄົມມະນາຄົມໄດ້ເປ້ຍລ່ອຍໃນຂັ້ນພື້ນຖານ. ເພື່ອຄວບຄຸມສະພາບການ, ຝ່າຍເຈົ້າໜ້າທີ່ໄດ້ແຕ່ງຕຳຫຼວດເກືອບ 22 ພັນຄົນ.
ກ່ອນໜ້ານີ້, ທ່ານທັກສິນເຄີຍສະແດງວ່າ, ຕາບໃດຫາກເກີດເຫດການຮຸນແຮງ, ຈະປະກາດລັດເຂົ້າໃນສະພາວະສຸກເສີນ.
|
|