ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-15 17:47:39    
ສື່​ມວນ​ຊົນ​ແລະ​ນັກ​ປາດ​ຕ່າງ​ປະ​ເທດ​ສືບ​ຕໍ່​ເອົາ​ໃຈ​ໃສ່​ນຳ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ

cri Author: da
ຕາມ​ຂ່າວCRI:ຂ່າວອັດກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຈາກ​ສື່​ມວນ​ຊົນ​ແລະ​ນັກປາດ​ຕ່າງ​ປະ​ເທດ​, ​ໂດຍ​ສະ​ເພາະ​ແມ່ນ​ເນື້ອ​ໃນ​ກ່ຽວ​ກັບ​ບັນຫາ​ຊົນນະບົດແລະ​​ແຜນກຳນົດ​ 5 ປີ​ຄັ້ງ​ທີ 11 ຂອງ​ກອງ​ປະຊຸມ​ສອງ​ສະພາ​ໄດ້​ພາ​ໃຫ້​ມີ​ສຽງ​ສະ​ທ້ອນ​ຢ່າງ​ຟົດ​ຟື້ນ.

ໜັງສືພິມ​ລຽນ​ເຫີ​ຈາວ​ປ້າວ​ສະບັບ​ວັນ​ທີ 15 ມີນາ​ຂອງ​ສິງ​ກະ​ໂປ​ໄດ້​ພິມ​ບົດ​ວິຈານ​ເຫັນ​ວ່າ,"​ແຜນກຳນົດ 5 ປີ"ທີ່​ຖືກ​ຮັບຮອງ​ໃນ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ,"ພັດ​ທະນະ​ທັດ​ວິທະຍາສາດ"​ໄດ້​ກາຍ​ເປັນ​ຫຼັກຊີ້​ນຳ​ຂອງ​ລັດຖະບານ​ຈີນ​ໃນການ​ປົກຄອງ​ອຳນາດ​ໃນ​ອະນາຄົດ​ຢ່າງ​ເປັນ​ທາງ​ການ​ແລ້ວ.ຫວ່າງ​ມໍ່ໆ​ນີ້,ທ່ານດອກ​ເຕີ​ລ້າຍ​ຮົງ​ອີ້ ນັກ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ຂອງ​ມະຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ສິງ​ກະ​ໂປ​ເວົ້າ​ວ່າ, ການ​ສ້າງ​ຊົນນະບົດສັງຄົມ​ນິຍົມ​ແບບ​​ໃໝ່​,ຈະ​ຊ່ອຍ​ຫຍໍ້​ຄວາມ​ຜິດ​ໂຕນ​ກັນ​ລະ​ຫວ່າງ​ຕົວ​ເມືອງ​ກັບ​ຊົນນະບົດ​ໃຫ້​ໜ້ອຍ​ລົງ, ​ເຮັດ​ໃຫ້​ຊົນ​ນະ​ບົດ​ແລະ​ກະສິກຳ​ຈີນ​ມີ​ຊ່ອງ​ຫວ່າງ​ພັດທະນາ​ແບບ​ຍືນ​ຍົງ.

ຫວ່າງ​ມໍ່ໆ​ນີ້,ໜັງສືພິມເສດຖະກິດ​ເຊ​ອຸ່ນ​​ແລະ​ໜັງສືພິມ​ເສດຖະກິດ​ກ້າວໜ້າ​ຂອງ​ສ.​ເກົາຫຼີ​ ​ແລະ​ໜັງສືພິມໂຣຊິ​ສກາ​​ຢາ ກາ​ເຊຕາຂອງຣັດ​ເຊຍ​​ໄດ້​ພິມ​ບົດ​ຄວາມ​ຊີ້​ອອກ​ວ່າ,ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ໄດ້​ທຳ​ການ​ຕົກລົງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ,ເຮັດ​ໃຫ້​ມາດ​ຕະການສັບ​ຊ້ອນ​ຢ່າງ​ມີ​ແຜນ​ການ​ຂອງ​ລັດ​ເຊື່ອມ​ຕໍ່​ກັບ​ການ​ປະຕິ​ຮູບ​ຕະຫຼາດ​ຕື່ມ​ອີກ.ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ຫາລື​ແລະ​ຜ່ານ​ນະ​ໂຍບາຍ​ຫຼາຍ​ລາຍ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂອງ​ຈີນ​ໃນ​5ປີ​ຂ້າງ​ໜ້າ,ແກນ​ກາງ​ຂອງ​ນະ​ໂຍ​ບາຍ​ເຫຼົ່າ​ນີ້​ກໍ່​ແມ່ນ: ພັດທະນາ​ຢ່າງ​ກົມກຽວ​ກັນ​​ໃນ​ທ່າມ​ກາງ​ຄວາມ​ໝັ້ນ​ທ່ຽງ.

ໜັງສືພິມ​ຮວນ​ຊີວຮວາ​ປ້າວ​ຂອງ​ກາ​ນາ​ດາ​ໄດ້​ພິມ​ບົດ​ວິ​ຈານຊີ້​ອອກ​ວ່າ,ການ​ເອົາ​ໃຈ​ໃສ່​ນຳ​ກຸ່ມ​ຄົນ​ທີ່​ຢູ່ທ່າ​​ອ່ອນ,ແມ່ນ​ເຂັ້ມທິດຕົ້ນຕໍ​ທີ່​ກວດລັດຖະບານ​ໃກ້ຊິດ​ແລະ​ຮັກ​ແພງປະຊາຊົນຫຼື​ບໍ່.ທ່ານ​ນາງ​ມາ​ເກີ​ເຣດ​ໂຄ​ນີສ ຜູ້​ອຳນວຍ​ການ​ບໍລິຫານ​ງານ​ຂອງ​ຄະນະ​ມົນຕີການ​ຄ້າ​ກາ​ນາ​ດາ​ຈີນ​ເວົ້າວ່າ,ລັດຖະບານ​ຈີນ​ສະ​ເໜີ​ເອົາ​ອຸດ​ສາ​ຫະກຳ​ຫຼໍ່ລ້ຽງ​ກະສິກຳ​,ສ້າງສາ​ພື້ນຖານ​ໂຄງ​ລ່າງ​​ໃນ​ຊົນນະບົດ​​ໃຫ້​ດີ​ຂຶ້ນ​ອີກ​ແລະ​ອື່ນໆ,ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ກວມ​ລວມ​ຂອງ​ຈີນ​ໃຫ້​ກົມກຽວ​ກັນ.