ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 15:26:57    
ເຢຍລະ​ມັນ​ປະກົດ​ເຫັນ​ໄດ​ໂນ​ເສົາ​ກັບ​ກາຍ​ເປັນ​ຫິນ​ບໍ່​ຮູ້​ຊື່ທີ່​ຮັກ​ສາ​ໄດ້​ເປັນ​ຢ່າງ​ດີ

cri Author: MO
ຕາມ​ຂ່າວ​ສາ​ນຊີ​ນຮວາ: ນັກວິທະຍາສາດ​ໄດ້​ປະກົດ​ເຫັນ​ໄດ​ໂນ​ເສົາກັບກາຍ​ເປັນ​ຫິນ​​ເມື່ອ 150 ລ້ານ​ປີກ່ອນຂອນ​ໜຶ່ງ​ທີ່​ຮັກສາ​ໄວ້​​ເປັນ​ຢ່າງ​ດີຢູ່​ລັດ​ບາ​ຟາ​ເຣຍ ພາກ​ໃຕ້​ເຢຍລະ​ມັນ, ​ແລະ​​ເຫັນ​ວ່າ, ​ໄດ​ໂນ​ເສົາ​​ໂຕ​ນີ້​ແມ່ນ​ໄດ​ໂນ​ເສົາ​ຊະນິດ​ໃໝ່.
​​
ໄດ​ໂນ​ເສົາກິນ​ຊິ້ນອາຍຸ​ນ້ອຍ​​ທີ່​ກັບກາຍ​ເປັນ​ຫິນ​ທີ່​​ປະກົດ​ເຫັນ​​ໃໝ່ຍາວ 75 ຊັງ​ຕີ​ແມັດ, ມີ​ຂາ​ສອງ​​ເບື້ອງ, ນອກຈາກ​ຫາງ​ຍາວຫາຍ​ໄປ​ແລ້ວ, ​ເກືອບ​ຮັກສາ​​ໄວ້​ເປັນ​ຢ່າງ​ດີ, ​ແມ່ນ​ໄດ​ໂນ​ເສົາ​ກິນ​ຊິ້ນທີ່​ກັບກາຍ​ເປັນ​ຫິນ​ທີ່​ຮັກສາ​ໄວ້​ດີກ​ວ່າ​ໝູ່​​ທີ່ປະກົດ​ເຫັນ​ຢູ່​ເອີ​ລົບ​ນັບ​ມາ​ຮອດ​ປັດຈຸບັນ.
​ເມື່ອນັກ​ບູຮານ​ນະ​ຄະດີ​ຂອງ​ເຢຍລະ​ມັນ​ແລະ​ອາ​ເມ​ລິ​ກາຄົ້ນຄວ້າ​ເປັນ​ເວລາ​ໜຶ່ງ​ປີ​ແລ້ວ, ​ໄດ້​ພິມ​ໝາກຜົນ​ການຄົ້ນຄວ້າ​ຢູ່​ວາລະສານ​ທຳ​ມະ​ຊາດ​ອັງກິດ​ທີ່​ພິມ​ຈຳໜ່າຍ​ໃນ​ວັນ​ທີ 16 ມີນາ.

ນັກບູຮານ​ນະ​ຄະດີກ່າວ​ວ່າ, ສິ່ງ​ທີ່​ຕ່າງ​ກັນ​ກັບ​ໄດ​ໂນ​ເສົາ​ສອງ​ຂາກິນ​ຊີ້ນ​ອື່ນໆ​ນັ້ນ​ແມ່ນ, ​ໄດ​ໂນ​ເສົາ​ທີ່​ກັບກາຍ​ເປັນ​ຫິນ​ທີ່​ປະກົດ​ເຫັນ​ໃໝ່​ນັ້ນບໍ່​ມີ​ຂົນ.