|
 |
(GMT+08:00)
2006-03-16 20:36:17
|
ລັດຖະສະພາອິນໂດເນເຊຍລົງມືສ້າງກົດໝາຍວ່າດ້ວຍສັນຊາດສະບັບໃໝ່
cri
Author: da
ຕາມຂ່າວສານຊິນຮວາ:ຕາມຂ່າວຂອງເວັບໄຊໜັງສືພິມ kompas ຂອງອິນໂດເນເຊຍ,ປະຈຸບັນນີ້ ຄະນະກຳມະການພິເສດຂອງລັດຖະສະພາອິນໂດເນເຊຍພວມຄົ້ນຄວ້າຮ່າງກົດໝາຍວ່າດ້ວຍສັນຊາດສະບັບໃໝ່,ກົດໝາຍສະບັບໃໝ່ນີ້ຈະມີການບຸກທະລຸທີ່ສຳຄັນໃນດ້ານກຳນົດສັນຊາດ.
ຫວ່າງກ່ອນນີ້ບໍ່ດົນ ສະມາຊິກຜູ້ໜຶ່ງຂອງຄະນະກຳມະການດັ່ງກ່າວເວົ້າວ່າ,ຮ່າງກົດໝາຍວ່າດ້ວຍສັນຊາດສະບັບໃໝ່ກຳນົດວ່າ,ຜູ້ທີ່ມີພໍ່ແມ່ນແມ່ນຄົນອິນໂດເນເຊຍຫຼືຜູ້ເກີດຢູ່ອິນໂດເນເຊຍລ້ວນແຕ່ຖືກຮັບເປັນພົນລະເມືອງອິນໂດເນເຊຍ. ຕໍ່ໄປພາຍໜ້າ ພົນລະເມືອງສັນຊາດອິນໂດເນເຊຍເຊື້ອສາຍຕ່າງປະເທດທີ່ເກີດຢູ່ອິນໂດເນເຊຍ, ບໍ່ຕ້ອງເຮັດໜັງສືສັນຊາດພົນລະເມືອງອິນໂດເນເຊຍ,ເອົາໃບກຳເນີດກໍສາມາດຢືນຢັນສັນຊາດອິນໂດເນເຊຍຂອງຕົນໄດ້.
|
|
|