ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 27th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-17 10:57:54    
ຝ່າຍ​ທະ​ຫານ​ໄທ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ສິ້ນ​ສຸດ​ການ​ເປັນ​ປໍ​ລະ​ປັກ​ກັນ

cri Author: sayvanny
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ:ວັນ​ທີ 16 ມີນາ ຢູ່​ບາງ​ກອກ, ທ່ານ​ນາຍ​ພົນ​ເລືອ​ງ​ໂຣດ.ມະຫາ​ສະ​ລາ​ນົນ ຜູ່​ບັນຊາ​ການ​ສູງ​ສຸດ​ຂອງ​ກອງ​ປະກອບ​ອາວຸດ​​ໄທ​ເວົ້າວ່າ, ບັນດາ​ຝ່າຍ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບການ​ປັ່ນ​ປ່ວນ​ທາງ​ການ​ເມືອງ​ໃນ​ສະ​ເພາະ​ຫນ້າ​ນີ້​ຄວນ​ສິ້ນ​ສຸດ​ການ​ເປັນ​ປໍ​ລະ​ປັກ​ກັນ, ​ແລະ​ເລີ່​ມ​ເຈລະຈາ​ກັນ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 16 ມີນາ, ທ່ານ​ນາຍ​ພົນ​ເລືອ​ງ​ໂຣດເວົ້າວ່າ, ທ່ານ​ເຫັນ​ດີ​ນຳ​ຂໍ້​ສະ​ເຫນີ​ຂອງ​ທ່ານ​ເປຼມ.ຕິນ​ສຸ​ລາ​ນົນ ປະ​ທານ​ສະພາ​ອົງຄະ​ມົນຕີ​ທີ່​ສະ​ເຫ​ນີໃນຕອນ​ຄ່ຳ​ວັນ​ທີ 15 ມີ​ນາ,ຄື ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ຖື​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ແລະ​ຂອງ​ປະ​ຊາ​ຊົນ​ເປັນ​ສຳ​ຄັນ,​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ​ທາງ​ການ​ເມືອງ​​ດ້ວຍ​ການ​ເຈລະຈາ.ທ່ານ​ນາຍ​ພົນ​ເລືອ​ງ​ໂຣດຍັງ​ເວົ້າວ່າ, ດຽວ​ນີ້ ບໍ່​ຄວນ​ເລັງ​ໃສ່​ແຕ່​ບັນຫາ​​ໃດ​ຫນຶ່ງ​ຂອງ​ຜູ່ໃດຜູ່​ຫນຶ່ງ, ພັກ​ຝ່າຍ​ທັງ​ຫມົດ​ແລະ​ປະ​ຊາ​ຊົນ​ທຸກ​ຖ້ວນ​ຫນ້າ​​ກໍ່​ລ້ວນ​ແຕ່​ຄວນ​ຕັ້ງ​ໃຈ​ພິຈະລາ​ກຶກກອງ,​​ຄຶດ​ເບິ່ງວ່າ​ເຮັດ​​ແນວ​ໃດ​ເຮັດ​ໃຫ້​ປະ​ເທດ​​​ຟື້ນ​ຟູ​ ​ເປັນ​ປົກກະຕິ​ໃນ​​ພາຍ​ຫນ້າ.

ນັບ​ມາ​ຮອດ​ວັນ​ທີ 16 ມີ​ນາ, ການ​ສະ​ແດງ​ກຳ​ລັງ​ທີ່​ຝ່າຍ​ຄ້ານ​ຈັດ​ຂຶ້ນ​ຢູ່​ຕໍ່ຫນ້າ​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ນັ້ນ​ໄດ້​ຍືດ​ເຍືອ​ເປັນ​ເວລາ​ສາມ​ມື້​ແລ້ວ, ຍຶດ​ຫມັ້ນ​ທວງ​ໃຫ້​ທ່ານ​ທັກ​ສິນ.ຊິນ​ນະ​ວັດ ນາຍົກລັດຖະມົນຕີ​ໄທ​ລາ​ອອກ​ຈາກ​ຕຳ​ແຫນ່​ງ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040