ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-17 14:07:13    
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ເວົ້າ​ວ່າ, ຣັດ​ເຊຍ​ຈີນ​ຈັດ "ປີ​ແຫ່ງ​ຊາດ"​​ ເຊິ່ງ​ກັນ​ແລະ​ກັນ​ແມ່ນ​ໂຄງ​ການ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ

cri Author: min
ຕາມ​ຂ່າວCRI: ​ໃນ​ເວລາ​ໃຫ້​ສຳ​ພາດ​ນຳ​ກັນ​ຕໍ່​ສື່​ມວນ​ຊົນ​ຈີນ​ກ່ອນ​ທ່ານ​ປູ​ຕີນ​ ປະທາ​ນາທິ​ບໍດີ​ຣັດ​ເຊຍ​ຈະ​ມາ​ຢ້ຽມຢາມ​ຈີນ​ນັ້ນ, ທ່ານ​ເມັດ​ເວ​ເດັຟ ຮອງ​ນາຍົກ​ລັດຖະ​ມົນຕີ​ຜູ້​ທີ​ໜຶ່ງ​ຂອງ​ຣັດ​ເຊຍ​ເວົ້າ​ວ່າ, ຣັດ​ເຊຍ​ຈີນ​ຈັດປີ​ແຫ່ງ​ຊາດ​ເຊິ່ງ​ກັນ​ແລະ​ກັນ​ແມ່ນ​ໂຄງການ​ສັງ​ລວມ​ຂະໜາດ​ໃຫຍ່​ທີ່​ກວມ​ຫຼາຍ​ຂົງ​ເຂດ, ຂະ​ໜາດ​ການ​ເຄື່ອນ​ໄຫວ​ແລະ​ຈຳນວນ​ຄົນ​ທີ່​ຈະ​ເຂົ້າ​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​.

ທ່ານ​​ເມັດ​ເວ​ເດັ​ຟ ປະ​ທານ​ຄະນະ​ກຳ​ມະ​ການ​ຈັດ"ປີ​ແຫ່ງ​ຊາດ" ຈີນຣັດ​ເຊຍ​ຂອງ​ຝ່າຍ​ຣັດ​ເຊຍ​ເວົ້າ​ວ່າ, ​ໃນ​ໄລຍະ​ທ່ານ​ປູ​ຕິນ ປະທາ​ນາທິ​ບໍດີ​ຣັດ​ເຊຍ​ມາ​ຢ້ຽມຢາມ​ຈີນ​ແຕ່​ວັນ​ທີ 21 ຫາ​ວັນ​ທີ 22 ມີນາ, ສອງ​ຝ່າຍ​ຈະ​ຈັດ​ພິທີ​ໄຂ​ "ປີ​ຣັດ​ເຊຍ" ຢູ່​ຈີນ. ປີ​ນີ້, ຝ່າຍ​ຣັດ​ເຊຍ​ຈະ​ຈັດການ​ເຄື່ອນ​ໄຫວ​ຂະໜາດ​ໃຫຍ່​ຢູ່​ຈີນ​ຢ່າງ​ເປັນ​ລະບົບ​,​ແຫ່ງ​ຕ່າງໆ​ຣັດ​ເຊຍ​ກໍ່​ຈະ​ຈັດ​ການ​ເຄື່ອນ​ໄຫວ​ແນະນຳ​ຢູ່​ຈີນ.

ທ່ານ​ເມັດ​ເວ​ເດັ​ຟ​ຍັງ​ເວົ້າ​ວ່າ, ການ​ຮ່ວມ​ມື​ເສດ​ຖະກິດ​ການ​ຄ້າ​ຈີນ​ຣັດ​ເຊຍ​ມີ​ລະດັບ​ສູງ. ຕາມ​ຈັງຫວະ​ເຕີບ​ໂຕ​ໃນ​ປະຈຸ​ບັນ, ​ເປົ້າ​ໝາຍ​ທີ່​ຈະ​ຍົກ​ບໍລິ​ມາກ​ການ​ຄ້າ​ໃຫ້​ສູງ​ຂຶ້ນ​ຮອດ 60 ຕື້ນ​ຫາ 80 ຕື້​ໂດ​ລາ​ສະຫະລັດ​ໃນປີ 2010 ທີ່​ສອງ​ປະ​ເທດ​ຕົກລົງ​ກັນ​ນັ້ນ​​ແມ່ນຈະ​ບັນລຸ​ຜົນ​ເປັນ​ຈິງ​ໄດ້.