ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Monday    Apr 28th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-17 18:41:41    
ຜູ້​ສະ​ໜັບ​ສະ​ໜູນ​ທ່ານ​ທັກ​ສິນ​ຫຼາຍ​ໝື່ນ​ຄົນ​ໄປ​ຊຸມນຸມ​ຢູ່​ບາງ​ກອກ

cri Author: da
ຕາມ​ຂ່າວCRI:ວັນ​ທີ 17 ມີນາ ຜູ້​ສະໜັບສະໜູນ​ທ່ານ​ທັກສິນ ຊິນນະ​ວັດ ນາຍົກລັດຖະມົນຕີໄທ​ຫຼາຍ​ໝື່ນ​ຄົນ​​ເດີນທາງ​ໄປ​ຮອດ​ນະຄອນຫຼວງ​ບາງກອກ​ເປັນ​ລຳດັບ,ຈັດ​ງານ​ຊຸມນຸມ​ສັນຕິພາບ,ອອກສຽງສະໜັບສະໜູນ​ທ່ານ​ທັກສິນ.

​ຕາມ​ຂ່າວສານ​​ໄທ​ລາຍ​ງານ​ວ່າ,ຜູ້​ສະໜັບສະໜູນທ່ານ​ທັກສິນສ່ວນ​ຫຼາຍ​ແມ່ນ​ມາຈາກຊົນນະບົດ​ຢູ່​19ຈັງຫວັດພາກ​ເໜືອ​ແລະພາກ​ອີສານຂອງ​ໄທ.ພວກ​ເຂົາ​ເຈົ້າ​ໄດ້​ຂັບ​ຫຼື​ຂີ່​ລົດ​ໃຊ້​ທາງ​ກະສິກຳມາ​ບາງກອກ,ເພື່ອ​ບໍ່​ອັດ​ຕັນການຄົມມະນາຄົມ​ຂອງ​ບາງກອກ,ຜູ້​ສະໜັບສະໜູນ​ຕົກລົງ​ເຕົ້າ​ໂຮມ​ກັນ​ຢູ່​ເຂດ​ຈະຕຸ​ຈັກ​ພາກ​ເໜືອ​ບາງກອກ,​​ແລ້ວ​ຍ່າງ​ໄປທຳນຽບນາຍົກລັດຖະມົນຕີຈັດ​ງານ​ຊຸມນຸມ.ຕາມ​ຊາບ​ວ່າ,ຜູ້​ສະໜັບສະໜູນຈະ​ບໍ່​ປະ​ທະ​ກັນກັບ​ຝ່າຍ​ຄ້ານ​ທີ່​ໄດ້​ຈັດ​ງານຊຸມນຸມ​ຢູ່​ບາງກອກ​ຫຼາຍ​ມື້​ແລ້ວ.

ວັນ​ທີ17ມີນາ,"ພັນທະ​ມິດປະຊາທິປະ​ໄຕ​ປະຊາຊົນ"​ເຊິ່ງ​ເປັນຝ່າຍ​ຄ້ານ​ທີ່​ຍຶດໝັ້ນທວງ​ໃຫ້​ທ່ານ​ທັກສິນ​ລາ​ອອກ​ຈາກ​ຕຳ​ແໜ່​ງ​​ນັ້ນ​ໄດ້ສະ​ແດງ​ກຳລັງ​ຢູ່ນອກທຳນຽບນາຍົກລັດຖະມົນຕີ​ໄທ​ເຂົ້າສູ່​ມື້​ທີ 4 ​ແລ້ວ.ມື້​ດຽວ​ກັນ,ປວງ​ຊົນ​ຜູ້​ຊຸມນຸມ​ຈຳນວນໜຶ່ງຍ້າຍ​ໄປ​ຢູ່​ນອກ​ສະຖານທູດ​ສິງກະ​ໂປ​ປະຈຳ​ໄທ,ປະ​ທ້ວງ​ທ່ານ​ທັກສິນຂາຍ​ຫຸ້ນ​ສ່ວນ​ຂອງ​ວົງ​ຕະກຸນ​ທັກສິນ​ໃຫ້​ບໍລິສັດ​ສິງກະ​ໂປ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040