ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-18 20:16:50    
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 8 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໄຂ​ຂຶ້ນ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ​ທີ່ນະ​ຄອນ​ຫຼວງ​ວຽງ​ຈັນ

cri Author: mo


ຕາມ​ຂ່າວສານ​ຊີ​ນຮວາ: ກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງທີ 8 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​​ໄດ້​ຈັດ​ຂຶ້ນ​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ໃນ​ຕອນ​ເຊົ້າວັນ​ທີ 18 ມີນາ​ຢູ່​ຫໍ​ປະຊຸມ​ໃຫຍ່​​ສູນ​ກາງພັກນະຄອນຫຼວງວຽງ​ຈັນ, ​ທ່ານ​ຄຳ​ໄຕ ສີ​ພັນ​ດອນ ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ແລະຜູ້ນຳ​ສູນ​ກາງ​ພັກທ່ານ​ອື່ນໆ, ພ້ອມ​ດ້ວຍ​ຜູ້​​ແທນ​ສົມບູນ 498 ຄົນທີ່​ເປັນ​ຕົວ​ແທນ​ໃຫ້​ສະມາຊິກ​ພັກ​ຂອງແຫ່ງ​ຕ່າງໆ​ທົ່ວ​ປະ​ເທດລາວ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ.

ໃນ​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ຄຳ​ໄຕ ສີ​ພັນ​ດອນ​ໄດ້​ຂຶ້ນ​ກ່າວ​ສູນ​ທອນ​ພົດວ່າ, ​ແຕ່ດຳ​ເນີນ​ພາລະກິດ​ປ່ຽນ​ແປງ​ໃໝ່ 20 ປີ​ທີ່​ຜ່ານມາ, ສປປລາວ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​​ໃຫຍ່ຫຼວງຈາກ​ໜ້າ​ມື​ເປັນຫຼັງມື, ວຽກ​ງານ​ຕ່າງໆ​ໄດ້​ພັດທະນາ​ຢ່າງຮອບດ້ານ, ​ຊີວິດ​ການ​ເປັນ​ຢູ່​ທາງດ້ານ​ວັດຖຸ​ແລະຈິດ​ໃຈຂອງ​ປະຊາຊົນ​ໄດ້​ມີ​ການ​ປັບປຸງ​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ກອງ​ປະຊຸມ​​ໃຫຍ່​ຄັ້ງ​ນີ້​ຈະ​ຫວນ​ຄືນ​ແລະສະຫຼຸບ​ສະພາບ​ການ​ຜັນ​ຂະຫຍາຍ​ທິດ​ທາງ​ນະ​ໂຍບາຍ​ທີ່​ກອງ​ປະຊຸມ​​ໃຫຍ່​ຂອງພັກ​ຄັ້ງທີ 7 ວາງ​ອອກ, ຖອດ​ຖອນ​​ເອົາບົດຮຽນ, ຈັດ​ວາງ​ແຜນ​​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຂ້າງ​ໜ້າ(ຄື​ແຕ່​ປີ 2006-2010), ພະຍາຍາມແກ້​​ໄຂ​ບັນຫາ​ທຸກ​ຍາກຂອງ​ປະຊາຊົນ​ໃຫ້​​ໄດ້​ໂດຍພື້ນຖານ​​​ໃນ​ປີ 2010, ​ແລະ​ພາ​ປະ​ເທດ​ຊາດຫຼຸດພົ້ນອອກ​ຈາກ​ຄວາມດ້ອຍ​ພັດທະນາ​​​ໃຫ້​ໄດ້​ໃນ​ປີ 2020, ​ແລ້ວ​ບັນລຸ​​ເປົ້າໝາຍ​ຍາວ​ໄກ​ທີ່​ເຮັດ​ໃຫ້​ອຸດສາຫະກຳ​ຫັນ​ເປັນ​ທັນ​ສະ​ໄໝ, ສ້າງສປປລາວ​ໃຫ້​ເປັນ​ປະ​ເທດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ, ປະຊາຊົນຮັ່ງມີ​ແລະ​ຢູ່​ເຢັນ​ເປັນ​ສຸກ, ສັງຄົມ​ມີ​ປະຊາທິປະ​ໄຕ, ຍຸດຕິ​ທຳ​ແລະ​ອາລະຍະ​ທຳ.
 
ຕາມ​ການເຜີຍ​​ໃຫ້​ຮູ້​, ກອງ​ປະຊຸມ​​ໃຫຍ່​ຄັ້ງ​ນີ້​ຍັງ​ຈະ​ເລືອກຕັ້ງກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະກຳມະການ​ກົມ​ການ​ເມືອງ, ​ປັບປຸງກົດ​ລະບຽບພັກ​ປະຊາຊົນ​ປະຕິວັດ​ລາວ, ບູລະນະ​ອົງການ​ຈັດຕັ້ງ​ຂອງ​ພັກໃຫ້​ສົມບູນ​ຂຶ້ນ, ​ເພື່ອ​ໃຫ້ສອດຄ່ອງ​ກັບ​ການ​ຂະຫຍາຍຕົວ​ຂອງ​ສະຖານະ​ການ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດຫຼາຍກວ່າ​ເກົ່າ.