ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-19 17:24:44    
ກຸ່ມ​ຮາ​ມັສ​ສຳ​ເລັດ​ການ​ປະ​ກອບ​ຄະນະ​ລັດ​ຖະ​ບານ​ແລ້ວ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 18 ມີນາ, ທ່ານຈູເຣີຣີ ​ໂຄສົກ​ກຸ່ມ​ຮາມັສກ່າວ​ວ່າ, ກຸ່ມ​ຮາ​ມັສ​ໄດ້​ສຳ​ເລັດ​ການ​ປະກອບ​ຄະນະ​ລັດຖະບານ​ແລ້ວ, ​ແລະ​ຈະ​ຍື່ນ​ບັນຊີ​ລາຍ​ຊື່​ຄະນະ​ລັດຖະບານ​ໃຫ້​ທ່ານ​ອາ​ບາສ໌ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ.

ຕາມ​ກົດໝາຍ​ທີ່​ກ່ຽວຂ້ອງ​ຂອງ​ປາ​ເລັສຕີນ, ບັນຊີ​ລາຍ​ຊື່​ຄະນະ​ລັດຖະບານ​ຂອງ​ກຸ່ມ​ຮາ​ມັສຕ້ອງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ທ່ານ​ອາ​ບາສ໌​ແລ້ວ​ຈຶ່ງ​ຈະ​ຍື່ນ​ໃຫ້​ສະພາ​ນິຕິບັນຍັດ​ປາ​ເລັສຕີນ​ໄດ້, ບັນຊີ​ລາຍ​ຊື່​ຄະນະ​ລັດຖະບານ​ຕ້ອງ​ຮັບ​ການ​ພິຈາລະນາ​ອະນຸມັດ​ຈາກ​ສະພາ​ນິຕິບັນຍັດ​ແລ້ວ​ຈຶ່ງ​ມີ​ຜົນ​ບັນ​ຄັບ​ໃຊ້. ມື້​ດຽວ​ກັນ, ທ່ານນາບິນ ອາບູດາຍນາ ​ໂຄສົກ​ຂອງ​ທ່ານ​ອາ​ບາສ໌ກ່າວ​ວ່າ, ທ່ານ​ອາ​ບາສ໌​ເຫັນ​ວ່າ​ຄວນ​ໃຫ້​ໂອກາດ​ປົກຄອງ​ປະເທດແກ່​ກຸ່ມ​ຮາ​ມັສ, ສະນັ້ນ, ທ່ານ​ບໍ່ຫ່ອນ​ຊິ​ປະຕິ​ເສດ​ບັນຊີ​ລາຍ​ຊື່​ດັ່ງກ່າວ.

ມື້​ດຽວ​ກັນ, ທ່ານ​ຮາ​ນີ​ເຢ ຜູ້ນຳ​ກຸ່ມ​ຮາ​ມັສ ນາຍົກລັດຖະມົນຕີຜູ້​ໃໝ່​ຂອງ​ລັດຖະບານ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ເຂົ້າຮ່ວມ​ລັດຖະບານຊຸດ​ໃໝ່ຂອງ​ປາ​ເລັສຕີນ​.