ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 17:52:43    
ບັນ​ດາ​ປະ​ເທດ​​ໃນ​ໂລກ​ຈັດ​ການ​ແຫ່​ຂະ​ບວນ​ຄັດ​ຄ້ານ​ສົງ​ຄາມ ເນື່ອງ​ໃນ​ໂອ​ກາດ​ສົງ​ຄາມ​ອີ​ຣັກ​ຄົບ​ຮອບ​3​ປີ

cri

ຕາມ​ຂ່າວcri:​ເນື່ອງ​ໃນ​ໂອ​ກາດ​ສົງ​ຄາມອີຣັກ​ເກີດ​ຂຶ້ນ​ຄົບ​ຮອບ3​ປີ,ຫຼາຍ​ມື້​ມາ​ນີ້,ຢູ່ອາ​ເມ​ລິ​ກາ,ອັງກິດ,ສ.​ເກົາຫຼີ,ອົດ​ສະ​ຕຼາລີ​ແລະ​ປະ​ເທດ​ອື່ນໆຕ່າງ​ໄດ້​ພາກັນ​ໄດ້​ຈັດການ​​ແຫ່​ຂະ​ບວນຄັດ​ຄ້ານ​ສົງຄາມ,ຮຽກ​ຮ້ອງ​ໃຫ້ກອງ​ທະ​ຫານ​ອາ​ເມ​ລິ​ກາ​​ແລະ​ອັງກິດ​ຖອນທະ​ຫານ​ອອກ​ຈາກ​ອີຣັກ.

ຢູ່​ສ.​ເກົາຫຼີ,ວັນ​ທີ19​ມີ​ນາ,ຢ່າງ​ໜ້ອຍ​ມີ1000​ຄົນສະ​ແດງ​ກຳລັງ​ຢູ່ກາງ​​ເມື​ອງ​ເຊ​ອຸນ,ກ່າວ​ປະນາມ​ອາ​ເມ​ລິ​ກາ​ຮຸກ​ຮານ​​ອີຣັກ,ທວງໃຫ້​ລັດຖະບານ​ສ.​ເກົາຫຼີຈົ່ງຖອນ​ທະ​ຫານ​ອອກ​ຈາກ​ອີຣັກ.

ວັນ​ທີ19​ມີນາ,​ໄທ​ເມືອງນີວຢອກ​ປະມານ200​ຄົນ​ໄດ້​ຈັດການ​ແຫ່ຂະ​ບວນຄັດຄ້ານ​ສົງຄາມ​ຢູ່​ຖະໜົນ​ໃຫຍ່​ເສັ້ນ​ທີ5,​ໃນ​ນັ້ນ ​ມີ7​ຄົນ​ຖືກ​ຝ່າຍ​ຕຳຫຼວດ​ຈັບ​​ໄປ​. ກ່ອນ​ນີ້​ມື້​ໜຶ່ງ,ຢູ່​ຕົວ​ເມືອງ​ຕ່າງ​ໆ ​ເຊັ່ນ,ວໍ​​ແຊງຕັນ,ນິວຢອກ,​​ໂລ​ສ໌ ​ເອັນ​​ເຈີ​​ສິສ​ແລະ​ຊານ​ຟຼານຊິ​ສ​ໂຄ​ກໍ່​ໄດ້​ຈັດການ​ແຫ່​ຂະ​ບວນຄັດ​ຄ້ານ​ສົງຄາມ​ທີ່​ມີ​ຂະໜາດຕ່າງກັນ.

ຢູ່​ຍີ່​ປຸ່ນ,ຜູ້​ຄັດຄ້ານ​ສົງຄາມ​ປະມານ2800​ຄົນ​ໄດ້​ຈັດການ​ແຫ່​ຂະ​ບວນຢູ່ໃກ້​ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ໂຕກ​ຽວ​ໃນ​ທ້າ​ຍອາ​ທິດ,ກ່າວ​ວ່າ​ການ​ກໍ່ສົງ​ຄາມ​ອີຣັກແມ່ນ​ຄວາມ​ຜິດພາດ​ໃຫຍ່​ຂອງ​ທ່ານ​ບຸ​ສ.

ວັນ​ທີ18​ມີນາ,ບຸກຄົນ​ຄັດຄ້ານ​ສົງຄາມ​ຢ່າງ​ໜ້ອຍ1ໝື່ນ4​ພັນ​ຄົນ​ໄດ້​ຍ່າງຕາມ​ຖະໜົນ​ຫົນທາງ​​ເມືອງລອນ​ດອນ,ຮຽກ​ຮ້ອງ​ໃຫ້​ລັດຖະ​ບານອັງກິດ​ຈົ່ງຖອນ​ອອກ​ຈາກ​ອີຣັກ​​ໃນ​ທັນ​ທີ.

ນອກ​ນີ້,ມວນ​ຊົນອົດ​ສະຕຼາລີ,ມາ​ເລ​ເຊຍ,ປາ​ກິ​ສະຖານ​ແລະ​ປະ​ເທດ​ອື່ນໆ​ກໍ່​ຕ່າງ​ໄດ້​ຈັດການ​ແຫ່​ຂະ​ບວນຄັດ​ຄ້ານ​ສົງຄາມ​ໃນ​ໂອກາດ​ສົງຄາມ​ອີຣັກ​ເກີດ​ຂຶ້ນ​ຄົບຮອບ3​ປີ,ທວງ​ໃຫ້​ທະຫານ​ອາ​ເມ​ລິ​ກາ​ແລະ​ອັງກິດ​ຈົ່ງ​ຖອນ​ອອກ​ຈາກ​ອີຣັກ.