ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 18:38:01    
ມວນ​ຊົນປ​ະ​ເທດ​ເອີ​ລົບ​ແລະ​ອາ​ເມ​ລິ​ກາສືບ​ຕໍ່​ສະ​ແດງ​ກຳ​ລັງ​ກ່າວ​ປະ​ນາມ​ອາ​ເມ​ລິ​ກາ​ກໍ່​ສົງ​ຄາມ​ອີຣັກ

cri Author: mo



ຕາມ​ຂ່າວສານ​ຊີ​ນຮວາ: ​ເນື່ອງ​ໃນ​ໂອກາດ​ອາ​ເມ​ລິ​ກາ​ກໍ່​ສົງຄາມ​ອີຣັກຄົບຮອບ 3 ປີ, ຫຼາຍມື້​ມາ​ນີ້, ມວນ​ຊົນ​ຂອງ​ບາງ​ປະ​ເທດ​ເອີ​ລົບ​ອາ​ເມ​ລິ​ກາ​ໄດ້​ຈັດການ​ແຫ່​ຂະ​ບວນສະ​ແດງ​ກຳລັງ​ຢ່າງ​ບໍ່​ຢຸດ​ຢັ້ງ​, ກ່າວ​ປະນາມ​ອາ​ເມ​ລິ​ກາ​ກໍ່​ສົງຄາມ​ອີຣັກ, ທວງ​ໃຫ້​ທະຫານ​ຕ່າງປະ​ເທດ​ຖອນ​ອອກ​ຈາກ​ອີຣັກ​ໃນ​ທັນທີ.

ວັນ​ທີ 19 ມີ​ນາ, ຜູ້​ປະ​ທ້ວງຫຼາຍຮ້ອຍ​ຄົນ​ຢູ່​ນິວຢອກ​ອາ​ເມ​ລິ​ກາ​ໄດ້​ແຫ່​ຂະ​ບວນຕາມ​ຖະໜົນສາຍ​ທີ 5 ຢູ່ມານ​ຮາ​ຕັນ. ຜູ້​ສະ​ແດງ​ກຳລັງ​ກ່າວ​ວ່າ, ລັດຖະບານ​ໄດ້​​ເອົາ​ໂດ​ລາຫຼາຍຮ້ອຍ​ຕື້​​​ໃຊ້​ເຂົ້າ​ໃນ​ສົງຄາມ, ​ແຕ່​​​​ເງິນ​ທີ່ໃຊ້​ສຳລັບຜູ້​ທຸກ​ຍາກ​ຂອງ​ອີຣັກ ອາ​ຟກາ​ນີສະຖານ​ແລະ​ອາ​ເມ​ລິ​ກາ​ພັດ​ໜ້ອຍ​ທີ່​ສຸດ. ວັນ​ທີ 18 ມີນາ, ຕົວ​ເມືອງ​ຕ່າງໆ​ຂອງ​ອາ​ເມ​ລິ​ກາເຊັ່ນ​ວໍ​ຊິງ​ຕັນ ນິວຢອກ​ແລະ​ລອສ​ແອນ​ເຈີ​ລິ​ສ໌​ເປັນຕົ້ນ​ໄດ້​ຈັດການ​ແຫ່​ຂະ​ບວນຄັດຄ້ານ​ສົງຄາມ​ທີ່​ມີ​ຂະໜາດ​ຕ່າງ​ກັນ.

ວັນ​ທີ 19 ມີນາ, ມວນ​ຊົນ 4 ພັນ​ກວ່າ​ຄົນ​ຂອງ​ແອັສປາຍ​ໄດ້​ຈັດການ​ແຫ່​ຂະ​ບວນສະ​ແດງ​ກຳລັງ​ຢູ່​ມາດຼິດ ນະຄອນຫຼວງ, ຄັດຄ້ານ​ສົງຄາມ​ອີຣັກ.

ວັນ​ທີ 19 ມີນາ, ຢູ່​ປຼາກ ນະຄອນຫຼວງຂອງ​ເຊັກ, ​ມວນ​ຊົນຫຼາຍຮ້ອຍ​ຄົນ​​ໄດ້​ຈັດການ​ແຫ່​ຂະ​ບວນສະ​ແດງ​ກຳລັງ​ຄັດຄ້ານ​ສົງຄາມ. ຜູ້​ສະ​ແດງ​ກຳລັງ​ຍັງ​ກ່າວ​ເຕືອນ​ອາ​ເມ​ລິ​ກາ​ຢ່າ​ຊ້ຳ​ຮອຍ​ເກົ່າ​ເລື່ອງ​ອີຣັກຢູ່​ອີຣານອີກ.

ນອກ​ນີ້, ມວນ​ຊົນ​ຂອງຫຼາຍ​ປະ​ເທດ​​ເຊັ່ນ ອັງກິດ ​ໂປ​ໂລ​ຍ ອົສຕຼາລີ ສ.​ເກົາຫລີ ປາ​ກີ​ສະຖານ ​ແລະ​ປອກຕຸຍ​ການ​ເປັນຕົ້ນ​ກໍ​ຕ່າງ​ຈັດການ​ແຫ່​ຂະ​ບວນຄັດຄ້ານ​ສົງຄາມ​ໃນ​ໂອກາດ​ສົງຄາມ​ອີຣັກຄົບຮອບ 3 ປີ, ທວງໃຫ້​ກອງທະຫານ​ອັງກິດ​ແລະ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ອີຣັກ.