ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-22 18:28:36    
ທ່ານຮາເມເນອີ​ໄດ້​ອະນຸ​ຍາດ​ໃຫ້​ເຈົ້າ​ໜ້າ​ທີ່​ອີຣານ​ເຈລະ​ຈາ​ກັບອາ​ເມ​ລິ​ກາ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 21 ມີນາ, ທ່ານ​ຮາ​ເມ​ເນ​ອີ ຜູ້ນຳ​ສູງ​ສຸດ​ຂອງ​ອີຣານກ່າວ​ວ່າ, ທ່ານ​ໄດ້​ອະນຸຍາດ​ໃຫ້​ເຈົ້າໜ້າ​ທີ່​ອີຣານເຈລະຈາ​ກັບ​ອາ​ເມ​ລິ​ກາກ່ຽວ​ກັບ​ບັນຫາ​ອີຣັກ, ​ແລະ​​ເຕືອນ​ໃຫ້​ອາ​ເມ​ລິ​ກາ​ຢ່າ​ໃຊ້​ກຳລັງ​ກົດໜີບ​ຕໍ່​ອີຣານ.

ວັນ​ທີ 21 ມີນາ, ​ຢູ່​ມາສ໌ຮາດ ​ເມືອງ​ສັກສິດ​ຂອງ​ນິກາຍ​ຊີ​ອິດ ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ອີຣານ, ທ່ານ​ຮາ​ເມ​ນີອາກ່າວ​ວ່າ, ຖ້າ​ການ​ເຈລະຈາ​ສາມາດ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ເຂົ້າ​ໃຈຄວາມ​ເຫັນ​ຈຳນວນ​ໜຶ່ງ​ຂອງ​ອີຣານ​ໃນ​ບັນຫາ​ອີຣັກ, ການ​ເຈລະຈາ​ຈະ​ບໍ່​ມີ​ບັນຫາ. ​ແຕ່​ຖ້າ​ການ​ເຈລະຈາ​​ກາຍ​ເປັນເວທີສະ​ແດງ​ຂອງ​ອາ​ເມ​ລິ​ກາ​ໃນ​ການ​ຂົ່ມ​ເຫັງ​ຜູ້​ອ່ອນ​ແລະ​ອອກ​ຄຳ​ສັ່ງ​​ແລ້ວ, ທ່ານ​ຈະ​ເກືອດຫ້າມການ​ເຈລະຈາ​. ທ່ານ​ຍັງ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຄວນ​ໜີອອກ​ຈາກ​ອີຣັກ.

ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ອີຣານ, ທ່ານ​ຮາ​ເມ​ເນ​ອີ​ກ່າວ​ເນັ້ນ​ວ່າ, ອີຣານ​ເດັດຂາດ​ບໍ່ຫ່ອນ​ຈະ​ອ່ອນ​ຍອມ​ຕໍ່ການ​ຂົ່ມ​ຂູ່​ຂອງ​ອາ​ເມ​ລິ​ກາ, ກໍ​ບໍ່​ຢ້ານ​ບັນຫາ​ດັ່ງກ່າວ​ ​ຖືກ​ຍື່ນ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ.