ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-24 17:24:49    
ປາ​ເລັສຕີນ​ອິສລາ​ແອນ​ສາ​ມາດ​ເຊັນ​ສັນ​ຍາ​ສັນຕິ​ພາບ​ພາຍ​ໃນ​ໜຶ່ງ​ປີ

cri Author: MO
ຕາມ​ຂ່າວ​CRI: ຫວ່າງ​ມໍ່ໆ​ນີ້, ທ່ານ​ອັບ​ບາ​ສ໌ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ກ່າວ​ວ່າ, ປາ​ເລັສຕີນ​ອິສລາ​ແອນສາມາດ​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນຍາ​ສັນຕິພາບ​ພາຍ​ໃນ​ໜຶ່ງ​ປີ.

ໜັງສືພິມ​ຮາ​ເລັສ໌ສະບັບ​ວັນ​ທີ 24 ມີນາ​ລາຍ​ງານ​ວ່າ, ທ່ານ​ອັບ​ບາສ໌​ໄດ້ສະ​ເໜີ​ຕໍ່​ຝ່າຍ​ອາ​ເມ​ລິ​ກາ​ແລະ​ອິສ​ຣາ​ແອນ​ວ່າ, ​ພາຍຫຼັງອິສ​ຣາ​ແອນ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ແລ້ວ, ປາ​ເລັສຕີນ​ອິສຣາ​ແອນ​ຈະ​ດຳ​ເນີນ​ການ​ເຈລະຈາ​ຢ່າງ​ປິດ​ລັບ​ກ່ຽວ​ກັບ​ບັນຫາ​ຖານະ​ສຸດ​ທ້າຍ, ​ແລະ​ຈະ​ກ້າວ​ເຖິງ​ຂັ້ນ​ເຊັນສັນຍາ​ສັນຕິພາບ​ພາຍ​ໃນ​ໜຶ່ງ​ປີ. ທ່ານ​ເວົ້າວ່າ, ​ແຜນການ​ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງປາ​ເລັສຕີນກັບ​ອິສ​ຣາ​ແອນ​ຕ້ອງ​ຢູ່​ບົນ​ພື້ນຖານ​ຊາຍ​ແດນ​ກ່ອນ​ສົງ​ຄາມ​ຕາ​ເວັນ​ອອກ​ກາງ​ເມື່ອ​ປີ 1967, ​ແຕ່​ຍ້ອນ​ພິຈາລະນາ​ເຖິງ​ອິສຣາ​ແອນ​ມີ​ຈຸດ​ຕັ້ງຖິ່ນ​ຖານ​ຊາວ​ຢິວຂະໜາດ​ໃຫຍ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍແດນ, ປາ​ເລັສຕີນຈະ​ພິຈາລະນາ​ແລກປ່ຽນ​​ດິນ​ແດນ​ກັບ​ອິສຣາ​ແອນ​ໄດ້.

ເຈົ້າໜ້າ​ທີ່​ອິສຣາ​ແອນ​ຍັງ​ບໍ່​ທັນ​ໄດ້​ວິຈານ​ຂໍ້​ສະ​ເໜີ​ຂອງ​ທ່ານ​ອັບບາສ໌​ເທື່ອ.