ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-24 20:17:57    
ທ່ານ​ເຈຍ​ຊີ້ງ​ລິນ​ເລີ່ມ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ຕໍ່​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ

cri
ຕາມ​ຂ່າວ CRI: ວັນ​ທີ 24 ມີນາ ທ່ານ​ເຈຍ​ຊີ້ງ​ລິນ ປະທານ​ສະພາ​ປຶກ​ສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​​ເດີນທາງ​ໄປ​ຮອດ​ເກະບາ​ລີ,​ເລີ່ມ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຕໍ່​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ

ຢູ່​ເດີ່ນຍົນ ທ່ານ​ເຈ​ຍຊີ້​ງລິນ​ໄດ້​ກ່າວ​ຄຳ​ປາ​​ໄສ​ທາງ​ລາຍ​ລັກ​ອັກ​ສອນ​ວ່າ,ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ໃກ້​ຄຽງທີ່​ມີ​ໄມຕີ​ຈິດ​ຕໍ່​ກັນ,ລ້ວນ​ແຕ່​ແມ່ນ​ປະ​ເທດ​ພວມ​ພັດທະ​ນາ​ທີ່​ໃຫຍ່,​ແລະ​ມີໜ້າ​ທີ່​ຮັບຜິດຊອບ​ອັນ​ສຳຄັນ​ຕໍ່​ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ພາກ​ພື້ນ​ຕົນ​ກໍ​ຄື​ຂອງ​ໂລກ. ທ່ານ​ກ່າວ​ວ່າ,ຝ່າຍ​ຈີນ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ນຳ​ການ​ພົວພັນ​ກັບ​ອິນ​ໂດ​ເນ​ເຊຍ,ປີ​ກາຍ​ນີ້ ສອງ​ປະ​ເທດ​ຍັງ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ. ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ລັດຖະບານ​ອິນ​ໂດ​ເນ​ເຊຍ,​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຊຸກ​ຍູ້​ການ​ພັດທະນາ​ພ້ອມ​ກັນ​ຂອງ​ສອງ​ປະ​ເທດ​ແລະ​ສັນຕິພາບ,​ສະຖຽນ​ລະ​ພາບ​​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ຕົນ.