|
 |
(GMT+08:00)
2006-03-26 17:47:11
|
ທ່ານເຈຍຊິ້ງຫຼິນເລີ່ມຢ້ຽມຢາມຢາກາກຕານະຄອນຫຼວງອິນໂດເນເຊຍ
cri
Author: da
ຕາມຂ່າວCRI: ວັນທີ 26 ມີນາ ພາຍຫຼັງໄດ້ຢ້ຽມຢາມແຂວງບາຫຼິຂອງອິນໂດເນເຊຍແລ້ວ,ທ່ານເຈຍຊິ້ງຫຼິນ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ຂີ່ຍົນພິເສດໄປຮອດຢາກາກຕານະຄອນຫຼວງອິນໂດເນເຊຍ.
ຢູ່ຢາກາກຕາ,ທ່ານເຈຍຊິ້ງຫຼິນຈະພົບປະກັບທ່ານຊູລີໂລ ປະທານາທິບໍດີ ທ່ານຢູໂຊຟ ຮອງປະທານາທິບໍດີແລະຜູ້ນຳອິນໂດເນເຊຍອື່ນໆ,ສອງຝ່າຍຈະແລກປ່ຽນຄວາມເຫັນກ່ຽວກັບການພົວພັນລະຫວ່າງສອງຝ່າຍ ແລະບັນຫາທີ່ສົນໃຈນຳກັນ.ທ່ານເຈຍຊິ້ງຫຼິນຍັງຈະເຂົ້າຮ່ວມການເຄື່ອນໄຫວຕ້ອນຮັບທີ່ຈັດໂດຍຜູ້ມີໄມຕີຈິດວົງການຕ່າງໆອິນໂດເນເຊຍ ແລະກ່າວປາຖະກະຖາສຳຄັນ.
|
|
|