ຟິລິບປິນເກີດເຫດການລະເບີດ, ເຮັດໃຫ້ຢ່າງໜ້ອຍ 9 ຄົນເສຍຊີວິດ
cri
Author: da
ຕາມຂ່າວCRI: ຕອນບ່າຍວັນທີ 27 ມີນາ, ເກາະພາກໃຕ້ຟິລິບປິນແຫ່ງໜຶ່ງໄດ້ເກີດເຫດການລະເບີດ, ເຮັດໃຫ້ຢ່າງໜ້ອຍ 9 ຄົນເສຍຊີວວິດ, 20 ກວ່າຄົນບາດເຈັບ.
ຕາມຝ່າຍຕຳຫຼວດຟິລິປິນເຜີຍໃຫ້ຮູ້ວ່າ, ເຫດການລະເບີດເກີດຂຶ້ນຢູ່ໃນຮ້ານຄ້າແຫ່ງໜຶ່ງຢູ່ເກາະໂຈໂລພາກໃຕ້ຟິລິປິນທີ່ຫ່າງຈາກມານີລາ ນະຄອນຫຼວງຟິລິປິນ 1000 ກິໂລແມັດ. ການສຳຫຼວດເບື້ອງຕົ້ນຢືນຢັນວ່າ, ລູກລະເບີດແມ່ນຖືກວາງຢູ່ໃນຖົງເປ້ໃຫ້ຄົນເອົາເຂົ້າຮ້ານຄ້າ,ຖົງເປ້ນີ້ຖືກວາງໄວ້ຢູ່ໃນບ່ອນຝາກຖົງ, ຄາດຕະກອນສວຍໂອກາດໜີໄປ. ການລະເບີດເຮັດໃຫ້ຝາເບື້ອງໜຶ່ງຂອງຮ້ານຄ້າຫັກພັງ, ປະຈຸບັນ, ຝ່າຍຕຳຫຼວດໄດ້ພົບເຫັນສົບ 9 ຂອນແລ້ວ, ແລະພວມຊຳລະຊາກອາຄານ, ເພື່ອກອບກູ້ຜູ້ລອດຕາຍ.
|
|