ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-28 10:56:23    
ທ່ານ​ເຈຍ​ຊິ້ງ​ລິນ​ພົບ​ປະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ

cri Author: sayvanny


ຕາມ​ຂ່າວ ​CRI: ວັນ​ທີ 27 ມີນາ ຢູ່​ຢາ​ກາກ​ຕາ ທ່ານ​ເຈຍ​ຊິ້ງ​ລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ທີ່​ກຳລັງ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຢູ່​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການໄດ້​ພົບ​ປະ​ທ່ານ​​ຈູຊູ​ຟ.ຄາ​ລາ ຮອງ​ປະທາ​ນາທິບໍດີ​ອິນ​ໂດ​ເນ​ເຊຍ.

ທ່ານ​ເຈຍ​ຊິ້ງ​ລິນ​ເວົ້າວ່າ, ອິນ​ໂດ​ເນ​ເຊຍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ສ້າງ​ສາຍ​ສຳພັນ​ທາງ​ການ​ທູດ​ກັບ​ຈີນ​ກ່ອນ​ຫມູ່.ປີ​ກາຍ​ນີ້, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ຢ້ຽມຢາມ​ກັນ​ຢ່າງສຳ​ເລັດ​ຜົນ,​ແລະ​ປະກາດ​ສ້າງຕັ້ງ ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ,​ອັນໄດ້​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ຮອດ​ລະ ດັບສູງ​​ໃຫມ່​ຄັ້ງ​ປະຫວັດສາດ​. ທ່ານ​ເຈຍ​ຊິ້ງ​ລິນ​ຊີ້​ອອກ​ວ່າ,ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ກັນໃນ​ການ​ຄ້າ​ແລະ​ການ​ລົງທຶນ,​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ໂຄງການ​ຂະຫນາດ​ໃຫຍ່​ຄື ພະລັງ​ໄຟຟ້າ​ແລະ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເປັນຕົ້ນ​ຕື່ມອີກ,​ແລະ​ລົງ​ເລິກ​ຮ່ວມ​ມື​​ໃນ​ດ້ານການ​ພັດທະນາ​ພະລັງງານ​ແລະ​ຊັບພະ​ຍາກອນ;​ເຮັດ​ໃຫ້ການ​ປະສານ​ສົມທົບ​ໃນ​ການ​ຮ່ວມ​ມື​ທາງ​ເສດຖະ ກິດການ​ຄ້າ​​ໃນ​ພາກ​ພື້ນແຫນ້ນ​ແຟ້ນຂຶ້ນ​ຕື່ມ​ອີກ,ຊຸກ​ຍູ້​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ແລະ​ຂະ​ບວນ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານຈູຊູ​ຟ.ຄາ​ລາ​ເວົ້າວ່າ, ອິນ​ໂດ​ເນ​ເຊຍ​​ແລະຈີນລ້ວນ​ແຕ່ແມ່ນ​ປະ​ເທດ​ພວມ​ພັດທະນາ​ທີ່​ມີ​ອິດ​ທິພົນ​ຢູ່​ອາຊີ,​ສອງ​ຝ່າຍ​ຕ່າງມີ​ທ່າ​ແຮງ​ຂອງກັນ​ໃນ​ດ້ານ​​ພັດທະນາ​ເສດຖະກິດ,​ແລະ​ມີ​ອະນາຄົດ​ອັນ​ດີງາມ​ໃນ​ການ​ຮ່ວມ​ມື​ກັນ.ອິນ​ໂດ​ເນ​ເຊຍ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຈີນ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ເສດຖະ ກິດ​ການ​ຄ້າ​ຢ່າງ​ຮອບດ້ານ,​ເປີດ​ກວ້າງ​ການ​ຄ້າ​ສອງ​ຝ່າຍ,​ແລະຊຸກ​ຍູ້​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ຮອບດ້ານ.