ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-28 20:54:51    
ຈີນ ຍີ່​ປຸ່ນ ສ.​ເກົາ​ຫຼີ​ຈະ​ຮ່ວມ​ກັນ​ອົບ​ຮົມ​ພະ​ນັກ​ງານ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບົນ"​ເສັ້ນ​ທາງ​ຜ້າ​ໄໝ"

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 28 ມີນາ ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ໄດ້​ຈັດ​ພິທີ​ລົງ​ນາມ​ຢູ່​ໂຕ​ກຽວ,​ເລີ່​ມປະຕິບັດ​ແຜນການ​ສະບັບ​ໜຶ່ງ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ອົບຮົມຜູ້​ຊ່ຽວຊານອະນຸລັກ​ມໍລະດົກວັດທະນະທຳ​ບົນ"​ເສັ້ນທາງ​ຜ້າ​ໄໝ" 100 ຄົນ​ພາຍ​ໃນ 5 ປີ​ຂ້າງ​ໜ້າ.

ຜູ້​ແທນ​ຂອງກຸ່ມ​​ເສດຖີອຸດ​ໜູນ​ເງິນ​ທຶນ​ຄົ້ນຄວ້າ​ສິລະ​ປະ​ອະນຸລັກ​ມໍ​ລະ​ດົກ​ວັດທະນະທຳ​ຍີ່ປຸ່ນ ກົມວັດຖຸບູຮານ​ແຫ່ງ​ຊາດ​ຈີນ​ແລະກຸ່ມບໍລິສັດຊຳ​ຊູ​ງສ.​ເກົາຫຼີ​ສາຂາ​ຍີ່ປຸ່ນ​ໄດ້​ເຂົ້າຮ່ວມ​ພິທີ​ລົງ​ນາມ.

​ໃນ​ພິທີ​ລົງ​ນາມ ຜູ້​ແທນ​ຝ່າຍ​ຍີ່ປຸ່ນ​ເວົ້າວ່າ,ວັດທະນະທຳ​ຈີນ​ຜ່ານ​​ແຫຼມ​ເກົາຫຼີ​ເຜີຍ​ແຜ່​ໄປ​ຮອດ​ຍີ່ປຸ່ນ,​ໄດ້​ສ້າງ​ພື້ນຖານ​ຂອງ​ວັດທະນະທຳ​ຍີ່ປຸ່ນ.​ແຜນການ​ດັ່ງກ່າວ​ນີ້​ສາມາດ​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳລະຫວ່າງ​ສາມ​ປະ​ເທດ​ຕື່ມ​ອີກ,ຊຸກ​ຍູ້​ມິດຕະພາບ​ແລະ​ຄວາມຈະ​ເລີ​ນຮຸ່ງ​ເຮືອງຂອງ​ອາຊີ​ຕະຫຼອດ​ຮອດຂອງ​ໂລກ.ຜູ້​ແທນ​ຂອງສ.​ເກົາຫຼີ​ແລະ​ຈີນກໍ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ.