ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-28 21:01:31    
ທ່ານ​ຈາ​ຊິ້ງ​ລິນ ປະ​ທານ​ສະ​ພາ​ເປິກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເດີນ​ທາງ​ໄປ​ຮອດ​ກົວ​ລາ​ລຳ​ເປີ ເລີ່ມ​ຢ້ຽມ​ຢາມ​ມາ​ເລ​ເຊຍ

cri Author: min
ຕາມ​ຂ່າວ CRI: ຕອນ​ບ່າຍ​ວັນ​ທີ 28 ມີນາ, ທ່ານ​ຈາ​ຊິ້ງລິນ ປະທານ​ສະພາ​ເປິກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດຈີນ​ເດີ​ນທາງ​​ໄປ​ຮອດ​ກົວ​ລາ​ລຳ​ເປີ, ​ເລີ່ມ​ຢ້ຽມຢາມ​ສັນຖະ​ວະ​ໄມຕີ​ຕໍ່​ມາ​ເລ​ເຊຍ.

​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກສອນ​ຢູ່​ເດິ່ນ​ຍົນ, ທ່ານ​ຈາ​ຊິ້ງລິນ​ເວົ້າ​ວ່າ, ຫຼາຍປີ​ມາ​ນີ້, ການ​ພົວພັນ​ຮ່ວມ​ມືດ້ວຍ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ຮອບ​ດ້ານ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ​​ໄດ້​ຂະຫຍາຍ​ຕົວ​ຢ່າງ​ສະດວກ. ສອງ​ປະ​ເທດ​ພວມ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ມີ​ລັກສະນະ​ຍຸດ​ທະ​ຍາດ, ການ​ພົວພັນ​ສອງ​ຝ່າຍ​ໄດ້​ກ້າວ​ເຂົ້າ​ໄລຍະ​ໃໝ່​ທີ່​ຂະ​ຫຍາຍ​ຕົວ​ຮອບດ້ານ. ຊັ້ນ​ສູງ​ຂອງ​ສອງ​ຝ່າຍ​ໄດ້​ໄປ​ມາ​ຢ້ຽມຢາມ​ກັນ​ເລື້ອຍໆ, ຜົນ​ປະ​ໂຫຍ​ດຮ່ວມ​ໄດ້​ຂະຫຍາຍ​ຕົວ​ຢ່າງ​ສືບ​ເນື່ອງ, ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ອຸດົມ​ສົມ​ບູນ, ​ໄດ້​ຮັກສາ​ການ​ປະສານ​ສົມທົບ​ອັນ​ດີງາມ​ໃນ​ວຽກ​ງານ​ສາກົນ​ແລະ​ເຂດ​ແຄ້ວ​ນ. ສະພາບ​ຕົວ​ຈິງ​ຢັ້ງຢືນ​ໃຫ້​ເຫັນ​ວ່າ, ການ​ຂະຫຍາຍ​ຕົວ​ຂອງ​ການ​ພົວພັນ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ​ບໍ່​ພຽງ​ແຕ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ​ເທົ່າ​ນັ້ນ, ກໍ​ສອດ​ຄ່ອງ​ກັບ​ສັນຕິພາບ, ​ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້ອີກ​ດ້ວຍ.