ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-29 22:08:41    
ພັກ​ຄາ​ດີ​ມາ​ອິສ​ຣາ​ແອນ​ຈະ​ເລີ່ມ​ປະ​ກອບ​ລັດ​ຖະ​ບານ​ປະ​ສົມ

cri Author: min
ຕາມ​ຂ່າວCRI: ວັນ​ທີ 29 ມີນາ, ພັກ​ຄາ​ດີ​ມາ​ທີ່​ຫາ​ກໍ່​ໄດ້ຮັບ​ໄຊ​ຊະນະໃນ​ການ​ເລືອກ​ຕັ້ງ​ລັດຖະ​ສະພາ​ອິສຣາ​ແອນ​ກ່າວ​ວ່າ, ພັກ​ດັ່ງກ່າວ​ຈະ​ລົງມື​ປະກອບ​ລັດຖະບານ​ປະສົມ​ໃນ​ທັນທີ.

ເຈົ້າ​ໜ້າ​ທີ່​ຂອງ​ພັກ​ຄາ​ດີ​ມາ​ເວົ້າ​ວ່າ, ວັນ​ທີ 29 ມີນາ, ພັກ​ຄາ​ດີ​ມາ​ຈະ​ຈັດ​ຕ້າງ​ໜ່ວຍ​ເຈລະຈາ​, ເພື່ອ​ເຈລະຈາ​ກັບ​ພັກ​ຝ່າຍ​ອື່ນໆ​ກ່ຽວ​ກັບ​ການ​ປະກອບ​ລັດ​ຖະ​ບານ​ປະສົມ.

​ຕອນ​ເຊົ້າ​ວັນ​ທີ 29 ມີນາ, ວຽກ​ງານ​ນັບ​ບັດ​​ເລືອກ​ຕັ້ງ​ຂອງ​ອິສຣາ​ແອນ​ໄດ້​ສິ້ນ​ສຸດ​ລົງ​​ໃນ​ຂັ້ນ​ພື້ນຖານ,​ ຜົນ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ພັກ​ຄາ​ດີ​ມາ​ໄດ້​ຮັບ 28 ​ທີ່​ນັ່ງ​ໃນ 120 ທີ່​ນັ່ງ​ຂອງ​ລັດຖະ​ສະພາ​ອິສຣາ​ແອນ, ​ແລ້ວ​ກາຍ​ເປັນ​ພັກ​ໃຫຍ່​ທີ່​ໜຶ່ງ​ຂອງ​ອິສຣາ​ແອນ. ​ແຕ່​ຍ້ອນ​ວ່າ​ທີ່​ນັ່ງ​ຂອງ​ພັກ​ດັ່ງ​ກ່າວ​ໜ້ອຍ​ກວ່າ​ທີ່​ນັ່ງ​ທີ່​ຕ້ອງ​ການ​ໃນ​ການ​ກຳ​ອຳນາດ​​ແຕ່​ຝ່າຍ​ດຽວ​ຄື​ຢ່າງ​ໜ້ອຍ​ຕ້ອງ​ມີ 61 ທີ່​ນັ່ງ, ສະ​ນັ້ນ, ພັກ​ຄາ​ດີ​ມາ​ຕ້ອງ​ຮ່ວມ​ກັບ​ພັກ​ການ​ເມືອງ​ອື່ນໆ​ປະກອບ​ລັດຖະບານ​.