ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-30 13:25:47    
ທ່ານ​ຊີຣາ​ຈຸດ​ດິນ ປະ​ມຸກ​ລັດ​ສູງ​ສຸດ​ມາ​ເລ​ເຊຍ​ພົບ​ປະ​ທ່ານ​ເຈຍ​ຊິ້ງ​ຫຼິນ

cri Author: da
ຕາມ​ຂ່າວ​CRI:ວັນ​ທີ 29 ມີນາ ຢູ່​ກົວ​ລາ​ລຳ​ເປີ ທ່ານ​ຊີຣາຈຸດ​ດິນ ປະມຸກ​ລັດ​ສູງ​ສຸດ​ມາ​ເລ​ເຊຍ​​ໄດ້ພົບ​ປະ​ທ່ານ​ເຈຍ​ຊິ້ງຫຼິນ ປະ​ທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ໄປ​ຢ້ຽມຢາມ​ສັນ​ຖະວະ​ໄມຕີ​ຕໍ່​ມາ​ເລ​ເຊຍ​ຢ່າງ​​ເປັນ​ທາງ​ການ.

ໃນ​ການ​ພົບ​ປະ,ທ່ານ​ເຈຍ​ຊິ້ງ​ຫຼິນ​ເວົ້າວ່າ,​ການ​ແລກ​ປ່ຽນ​ກັນ​ທຸກ​ຂັ້ນລະ​ຫວ່າງ​ຈີນ​ມາ​ເລ​ເຊຍ​ໃນ​ສະ​ເພາະ​ໜ້າ​ນີ້​ນັບ​ມື້​ນັບ​ຄຶກ​ຄັກ,ຂົງ​ເຂດ​ຮ່ວມ​ມື​ກໍ​ເປີດ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ.ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້ແຕກ​ດອກ​ອອກ​ຜົນ​ຢ່າງ​ເດັ່ນ​ຊັດ,ຈີນ​ໄດ້​ກາຍ​ເປັນ​ຄູ່​ຂາ​ການ​ຄ້າ​ໃຫຍ່​ທີ 4 ຂອງ​ມາ​ເລ​ເຊຍ​ແລ້ວ.​ສອງ​ຝ່າຍ​ໄດ້​ຮັກສາ​ການ​ປະສານ​ງານ​ແລະ​ການປະ​ສານ​ສົມ​ທົບ​ກັນທີ່​ດີ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ.ປະຈຸ​ບັນ,ຈີນ​ມາ​ເລ​ເຊຍ​ລ້ວນ​ແຕ່​ອອກ​ແຮງ​ຊຸກຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ,ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ກ້າວ​ເຂົ້າສູ່​ໄລຍະ​ໃໝ່​ທີ່ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ.

ທ່ານ​ເຈຍ​ຊິ້ງ​ຫຼິນ​ເວົ້າ​ວ່າ,ຈີນ​ຍິນ​ດີ​ຮັດ​ແໜ້ນ​ການ​ຮ່ວມ​ມື​ກັບ​ຝ່າຍ​ມາ​ເລ​ເຊຍ​ໃນ​ການ​ທ່ອງ​ທ່ຽວ,​ເປີດ​ກວ້າງ​ການ​ແລກ​ປ່ຽນ​ດ້ານ​ການ​ສຶກສາ​ຢ່າງ​ບໍ່​ຢຸດ​ຢັ້ງ,ຕັ້ງ​ໜ້າ​ປະຕິ​ບັດ"ສັນຍາ​ຮ່ວມ​ມື​ກະສິ​ກຳ"ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ຊີຣາຈຸດ​ດິນ​ເວົ້າ​ວ່າ,ຈີນ​ແມ່ນ​ປະ​ເທດ​ອາຊີທີ່​ມີ​ຜົນ​ສະ​ທ້ອນ​ອັນ​ສຳຄັນ​ແລະ​​ເປັນ​ປະ​ເທດ​​ໃກ້​ຄຽງ​ທີ່​ດີ​ຕໍ່​ກັນ​ຂອງ​ມາ​ເລ​ເຊຍ,ສອງ​ປະ​ເທ​ດລ້ວນ​ແຕ່​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​​ສັນຕິ​ພາບ,​ຕັ້ງໜ້າ​​ລິ​ເລີ່​ມ​ການ​ຮ່ວມ​ມື​ພາກ​ພື້ນ,ມີ​ຈຸດ​ຄື​ກັນ​ຢ່າງ​ຫຼວງ​ຫຼາຍ.ຝ່າຍ​ມາ​ເລ​ເຊຍ​ເອົາ​ໃຈ​ໃສ່​ນຳ​ການ​ພົວພັນ​ກັບ​ຈີນ​ໂດຍ​ຕະ​ຫຼອດ,ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ໃນ​ຂົງ​ເຂດ​ການ​ເມືອງ ​ເສດ​ຖະກິດ​ການ​ຄ້າ ການ​ສຶກສາ​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ,​ຊຸກຍູ້​ການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ຂະ​ຫຍາຍ​ຕົວ​ຕື່ມ​ອີກ.