|
 |
(GMT+08:00)
2006-03-30 14:59:49
|
 |
ນາຍົກລັດຖະມົນຕີແລະອະດີດນາຍົກລັດຖະມົນຕີຂອງມາເລເຊຍຕ່າງໄດ້ພົບປະແລະເຈລະຈາກັບທ່ານເຈຍຊິ້ງຫຼິນ
cri
Author: da
ຕາມຂ່າວCRI:ວັນທີ 29 ມີນາ ຢູ່ກົວລາລຳເປີ ທ່ານບາດາວີ ນາຍົກລັດຖະມົນຕີແລະທ່ານມາຮາເຕຍ ອະດີດນາຍົກລັດຖະມົນຕີຂອງມາເລເຊຍຕ່າງໄດ້ພົບປະແລະເຈລະຈາກັບທ່ານເຈຍຊິ້ງຫຼິນ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນທີ່ໄປຢ້ຽມຢາມ.ສອງຝ່າຍກ່າວວ່າ,ຈະສືບຕໍ່ຊຸກຍູ້ການຂະຫຍາຍຕົວແຫ່ງການພົວພັນລະຫວ່າງສອງປະເທດ.
ທ່ານເຈຍຊິ້ງຫຼິນເວົ້າວ່າ,ມາເລເຊຍແມ່ນໝູ່ຄູ່ສຳຄັນຂອງຈີນຢູ່ອາຊຽນ,ຄຽງຄູ່ກັບການຮ່ວມມືຍຸດທະສາດລະຫວ່າງຈີນມາເລເຊຍລົງສູ່ລວງເລິກ,ການຂະຫຍາຍຕົວແຫ່ງການພົວພັນລະຫວ່າງສອງປະເທດໄດ້ປະເຊີນໂອກາດອັນດີງາມ.ທ່ານເວົ້າວ່າ,ເດືອນຕຸລາປີນີ້ ຈະຈັດກອງປະຊຸມສຸດຍອດລະລຶກວັນສ້າງການພົວພັນຈີນອາຊຽນຄົບຮອບ 15 ປີຢູ່ເມືອງນານນິງຂອງຈີນ,ຝ່າຍຈີນຍິນດີພ້ອມກັບຝ່າຍມາເລເຊຍ,ຖືເລື່ອງນີ້ເປັນໂອກາດ,ຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ຂະຫຍາຍຕົວຫຼາຍກວ່າເກົ່າ.ທ່ານຍັງວາງຂໍ້ສະເໜີ 4 ຂໍ້ກ່ຽວກັບການຂະຫຍາຍການພົວພັນລະຫວ່າງຈີນມາເລເຊຍຕື່ມອີກ,ນັ້ນກໍຄື:ເພີ່ມທະວີການໄປມາຫາສູ່ກັນຊັ້ນສູງລະຫວ່າງສອງຝ່າຍແລະການແລກປ່ຽນກັນລະຫວ່າງວົງການຕ່າງໆຂອງສອງປະເທດ,ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງໃຫ້ລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ;ລົງເລິກດຳເນີນການຮ່ວມມືທາງເສດຖະກິດການຄ້າ,ບັນລຸໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດ;ຕັ້ງໜ້າຮ່ວມມືໃນຂົງເຂດພະລັງງານ;ເພີ່ມທະວີການປະສານງານແລະການປະສານສົມທົບກັນໃນວຽກງານສາກົນແລະພາກພື້ນ.
ທ່ານເຈຍຊິ້ງຫຼິນຍັງຍ້ອງຍໍໃນລະດັບສູງຕໍ່ລັດຖະບານມາເລເຊຍເດັດດ່ຽວຍຶດໝັ້ນນະໂຍບາຍຈີນດຽວ.
ທ່ານບາດາວີເວົ້າວ່າ,ຝ່າຍມາເລເຊຍໄດ້ວາງການຂະຫຍາຍການພົວພັນກັບຈີນໄວ້ຢູ່ໃນຖານະອັນພົ້ນເດັ່ນຢ່າງສະເໝີຕົ້ນສະເໝີປາຍ,ຍິນດີສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດເສດຖະກິດການຄ້າ ພະລັງງານແລະການລົງທຶນເປັນຕົ້ນ.
ມື້ດຽວກັນ ໃນເວລາເຈລະຈາກັບທ່ານເຈຍຊິ້ງຫຼິນ ທ່ານມາຮາເຕຍອະດີດນາຍົກລັດຖະມົນຕີມາເລເຊຍເວົ້າວ່າ,ເສດຖະກິດຈີນພັດທະນາຢ່າງໄວວາ,ໄດ້ຊັກນຳການພັດທະນາຢ່າງສືບເນື່ອງຂອງປະເທດອາຊີອາຄະເນ.ປະຫວັດສາດແລະເລື່ອງຈິງລ້ວນແຕ່ຢັ້ງຢືນວ່າ,ການພັດທະນາຂອງຈີນແມ່ນໂອກາດສຳຄັນຕໍ່ການພັດທະນາຂອງບັນດາປະເທດອາຊີອາຄະເນ.
|
|
|