ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-01 20:29:09    
ທ່ານ​ອັບ​ບາສ໌​ເຕືອນ​ໃຫ້​ອິສ​ຣາ​ແອນ​​ເລີ່ມ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄືນ​ໃໝ່​ໂດຍ​ໄວ

cri

ຕາມ​ຂ່າວcri:ວັນ​ທີ31​ມີນາ,ທ່ານ​ອັບ​ບາສ໌ ປະ​ທານອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນທີ່​​ໄປ​ຢ້ຽມຢາມ​ອາ​ຟຼິກາ​ໃຕ້​ໄດ້​ເຕືອນ​ໃຫ້​ຜູ້ນຳ​ທີ່​ໄດ້​ຮັບເລືອກ​ຕັ້ງ​ໃໝ່​ຂອງ​ອິດສະ​ລາ​ແອນ​ຈົ່ງ​ປະກອບສ້າງ​ລັດຖະບານ​ໂດຍ​ໄວ,​ເລີ່​ມ ​ເຈລະຈາສັນ​ຕິ​ພາບຄືນ​ໃໝ່​ກັບ​ປາ​ເລັສຕິນ.

ມື້​ດຽວ​ກັນ,ຢູ່​​​​ແຄ້ບ ທາວ ນະຄອນ​ຫຼວງ​ນິຕິບັນຍັດ​ອາ​ຟຼິກາ​ໃຕ້,ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ຕໍ່​ສະພາ​ແຫ່ງ​ຊາດ​ອາ​ຟຼິກາ​ໃຕ້,ທ່ານ​ອັບ​ບາສ໌ກ່າວສື້ມ​ວ່າ,ລັດຖະ​ບານ​ປາ​ເລັສ​ຕິນຈະ​ສືບ​ຕໍ່​ສຸມ​ກຳລັງ​ເຈລະຈາ​ສັນຕິພາບ​ກັບ​ອິສຣາ​ແອນ,​ແລະ​ຫວັງ​ໃຫ້​ຜູ້ນຳ​ທີ່​ໄດ້​ຮັບເລືອກ​ຕັ້ງ​ໃໝ່​ຂອງ​ອິສຣາ​ແອນ​ຈົ່ງຢ່າ​​ໃຊ້ການ​ເຄື່ອນ​ໄຫວຝ່າຍ​ດຽວ,ຢ່າ​ປະລະ​ແຜນການ"​ແຜນ​ທີ່"ສັນຕິພາບ​ຕາ​ເວັນ​ອອກ​ກາງ.

ມື້​ດຽວ​ກັນ,​ໃນ​ງານ​ຖະ​ແຫຼ​ງຂ່າວ​ຮ່ວມ​ທີ່​ຈັດ​ຂຶ້ນພາຍ​ຫຼັງ​​ພົບ​ປະ​​ເຈ​ລະ​ຈາ​ກັບທ່ານ​​ແອ​ມ​ເບ​ກີ ປະທານາ​ທິບໍດີ​ອາ​ຟຼກາ​​ໃຕ້​,ທ່ານ​ອັບ​ບາສ໌ຍັງ​ໄດ້​ຕິຕຽນ​ອາ​ເມ​ລິ​ກາ​ແລະ​ສະຫະ​ພາບ​ເອີ​ລົບ​ເປັນ​ຕົ້ນ​ທີ່ຢຸດຕິ​ການ​ຊ່ອຍ​ເຫຼືອ​ດ້ານ​ເງິນ​ທຶນ​ຕໍ່ປາ​ເລັສຕິນ ພາຍ​ຫັຼງອົງ​ການ​ຮາ​ມາສ໌​ໄດ້​ຮັບ​ໄຊ​ຊະນະ​​ໃນການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິ​ບັນ​ຍັດ,​ແລະ​ໄດ້​ກ່າວປະນາມ​​ເຫດການ​ຫຼອນ​ໂຈມ​ຕີ​​ແບບ​ສະຫະ​ຊີບ​ທີ່​​ເກີດ​ຂຶ້ນ​ ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ ໃນ​ຕອນ​ຄ່ຳ​ວັນ​ທີ30​ມີນາ.