
ຕາມຂ່າວcri:ແຕ່ຕອນເຊົ້າ8ໂມງວັນທີ2ເມສາ,ການເລືອກຕັ້ງສະພາຜູ້ແທນລາຊະດອນຊຸດໃໝ່ຂອງໄທໄດ້ຈັດຂຶ້ນຢູ່400ເຂດເລືອກຕັ້ງແຫ່ງຕ່າງໆຂອງໄທໃນເວລາດຽວກັນ.ນີ້ແມ່ນການເລືອກຕັ້ງທົ່ວປະເທດຄັ້ງທີ24ໃນປະຫວັດສາດໄທ.

ຕາມເຈົ້າໜ້າທີ່ຄະນະກຳມະການການເລືອກຕັ້ງຂອງໄທແນະນຳວ່າ,ການປ່ອນບັດເລືອກຕັ້ງຈະສິ້ນສຸດລັງໃນເວລາ15ໂມງມື້ດຽວກັນ,ລວມມີຜູ້ສະໝັກຮັບເລືອກຕັ້ງ589ຄົນຈາກ18ພັກການເມືອງໄດ້ສະໝັກຊື່ເຂົ້າຮ່ວມການແຂ່ງຂັນເລືອກຕັ້ງຄັ້ງນີ້,ໃນພັກການເມືອງທັງໝົດທີ່ເຂົ້າຮ່ວມການເລືອກຕັ້ງທັງນັ້ນ,ພັກທີ່ມີຜົນສະທ້ອນຫຼາຍກວ່າໝູ່ແມ່ນພັກໄທຮັກໄທທີ່ນຳພາໂດຍທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີລັດຖະບານຮັກສາການ.ພັກປະຊາທິປັດ,ພັກຊາດໄທແລະພັກມະຫາຊົນ ເຊິ່ງ ເປັນ3ພັກຝ່າຍຄ້ານຕົ້ນຕໍຂອງໄທ,ຍ້ອນວ່າຮ່ວມກັນຂວ້ຳບາດການເລືອກຕັ້ງຄັ້ງນີ້,ຈິ່ງບໍ່ໄດ້ແຕ່ງຜູ້ສະໝັກຮັບເລືອກຕັ້ງເຂົ້າຮ່ວມ.
1 2
|