ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-02 20:11:04    
ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ອາ​ເມ​ລິ​ກາ​ແລະ​ອັງກິດ​ໄປ​ຢ້ຽມ​ຢາມ​ແບກ​ແດກ​ຢ່າງ​ກະ​ທັນ​ຫັນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 2 ​ເມສາ, ທ່ານ​ນາງ​ໂກຼ​ເວີ ໂຄສົກ​ຂອງ​ສະຖານທູດ​ອັງກິດ​ປະຈຳ​ອີຣັກກ່າວ​ວ່າ, ມື້​ດຽວ​ກັນ, ທ່ານ​ນາງ​ໄລ​ສ໌ ລັດຖະມົນຕີາການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ແລະ​ທ່ານ​ສະທຼາວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ​​​ເດີນທາງ​ໄປ​ຮອດ​ແບກ​ແດກ​​​ເພື່ອ​ຢ້ຽມຢາມ, ພວກ​ທ່ານຈະ​ຫາລື​ກັບ​ຝ່າຍ​ກ່ຽວຂ້ອງຂອງ​ອີຣັກກ່ຽວ​ກັບເລື່ອງ​ສ້າງຕັ້ງລັດຖະບານ​ປະ​ສົມ​ຂອງ​ອີຣັກ.

ທ່ານ​ນາງ​ໂກຼ​ເວີເວົ້າວ່າ, ທ່ານ​ນາງ​ໄລ​ສ໌​ແລະ​ທ່ານ​ສະທຼາວຈະ​ເຈລະຈາ​ກັບ​ທ່ານ​ຈາ​ຟາ​ລີ ນາຍົກລັດຖະມົນຕີຂອງ​ລັດຖະບານ​ຂ້າມ​ຜ່ານ​ອີຣັກ​ ທ່ານ​ທາລາ​ບາ​ນີ ປະທານາທິບໍດີ ​ແລະ​ຜູ້ນຳ​ທ່ານ​ອື່ນໆ. ທ່ານ​ນາງ​ໄລ​ສ໌​ເວົ້າຕໍ່​ສື່​ມວນ​ຊົນ​ວ່າ, ການ​ຫາລື​ກັບ​ຜູ້ນຳ​ອີຣັກ​ໄດ້​ສະ​ແດງ​​​ໃຫ້​ເຫັນ​ຄວາມ​ຮີບ​ດ່ວນ​ທີ່​ອີຣັກຕ້ອງການສ້າງ​ຕັ້ງລັດຖະບານ​ສາມັກ​ຄີ​​ຊາດ​ໃນປັດຈຸບັນ.