ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-03 18:30:15    
ທ່ານ​ນາງ​ໄລ​ສ໌ກ່າວ​ວ່າ, ອີ​ຣັກ​ສ້າງ​ຕັ້ງ​ລັດ​ຖະ​ບານ​ຊຸດ​ໃໝ່​ນັ້ນ​ເປັນ​ເລື່ອງ​ຮີບ​ດ່ວນ​ທີ່​ສຸດ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 2 ​ເມສາ, ​ໃນ​ເວລາ​ທ່ານ​ນາງ​ໄລ​ສ໌ຈັດການ​ພົບ​ປະ​ກັບ​ຜູ້​ນຳ​ພັກ​ຝ່າຍ​ຕ່າງໆ​ຂອງ​ອີຣັກນັ້ນ, ​ເພີ່ນ​ເວົ້າວ່າ, ປະຊາຊົນ​ອີຣັກພວມ​ເສຍ​ຄວາມ​ອົດທົນ, ການ​ສ້າງຕັ້ງລັດຖະບານ​ຊຸດ​ໃໝ່​​ສາມັກ​ຄີ​ຊາດ​ເປັນ​ເລື່ອງ​ຮີບ​ດ່ວນ​ທີ່​ສຸດ.

ທ່ານ​ນາງ​ໄລ​ສ໌​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພ້ອມ​ກັບ​ທ່ານ​ສະທຼາວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດຢ້ຽມຢາມ​ອີຣັກຢ່າງ​ກະທັນຫັນ​​ໃນ​ມື້​ດຽວ​ກັນ. ​ເພີ່ນ​ເຜີຍ​ໃຫ້​ສື່​ມວນ​ຊົນ​ທີ່​ຕິດຕາມ​​ເພີ່ນຮູ້​ວ່າ, ​ເພີ່ນ​ໄດ້​ສົ່ງ​ຕໍ່ຄວາມ​ປາ​ຖາ​ໜາ​ຂອງປະຊາ​ຄົມ​ໂລກ​​ທີ່ຫວັງ​ຢາກ​ໄດ້​ເຫັນ​ລັດຖະບານ​ຊຸດ​ໃໝ່​ຂອງ​ອີຣັກສ້າງຕັ້ງຂຶ້ນ​ໂດຍ​ໄວ​ນັ້ນ​ໃຫ້​ຜູ້ນຳ​ຝ່າຍ​ຕ່າງໆ​ຂອງອີຣັກຊາບ​​ແລ້ວ. ​ແຕ່​ໃນ​ການ​ພົບ​ປະ, ​ຜູ້ນຳ​ອີຣັກ​ເວົ້າ​ວ່າ, ວຽກ​ງານ​ຂອງ​ພວກ​ເຂົາ​ເຈົ້າກ່ຽວ​ກັບ​ການ​ສ້າງຕັ້ງລັດຖະບານ​ປະສົມ​ໃນ​ຫວ່າງ​ມໍ່ໆ​ນີ້​ບໍ່​ໄດ້​ຮັບ​ການ​ຕີ​ລາຄາ​ຢ່າງ​ຖືກຕ້ອງ.

ຍ້ອນ​ຝ່າຍ​ຕ່າງໆ​ຂອງ​ອີຣັກມີ​ຄວາມ​ເຫັນ​ຂັດ​ກັນ​ໃນ​ບັນຫາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີຜູ້​ໃໝ່​ນັ້ນ, ພາ​ໃຫ້ການ​ສ້າງ​ຕັ້ງລັດຖະບານ​ຊຸດ​ໃໝ່​ຕົກ​ຢູ່​ໃນ​ສະພາບຢຸດ​ສະ​ງັກ. ຈຸດປະສົງ​ຕົ້ນຕໍ​ ​ຂອງ​ທ່ານ​ນາງ​ໄລ​ສ໌ກັບ​ທ່ານ​ສະທຼາວ​ໃນການ​ຢ້ຽມຢາມ​ເທື່ອ​ນີ້ ກໍ​ແມ່ນ​ປຶກສາ​ຫາລື​ເລື່ອງ​ສ້າງ​ຕັ້ງລັດຖະບານ​ປະສົມ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ.