ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-03 20:02:09    
ທິມຈີນ​ໄດ້​ຮັບ​ຫຼຽນ​ຄຳສອງ​ຫຼຽນ​ໃນ​ການ​ແຂ່ງ​ຂັນ ​ແລ່ນ​ສະ​ເກັດ​ໄວ​ໄລຍະ​ສັ້ນ​ຊິງ​ຊະ​ນະ​ເລີດ​ຂອງ​ໂລກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 2 ​ເມສາ ​ເວລາ​ທ້ອງ​ຖິ່ນ, ການ​ແຂ່ງຂັນ​ແລ່ນ​ສະ​ເກັດໄວ​ໄລຍະ​ສັ້ນ​ຊິງ​ຊະນະເລີດຂອງ​ໂລກ​ປີ 2006 ທີ່​​ຈັດ​ຂຶ້ນ​ຢູ່​ເມືອງມິນນີອາໂປລີສ໌ຂອງອາ​ເມ​ລິ​ກາ​ໄດ້​ຈັດ​ການ​ແຂ່ງຂັນ​ມື້​ສຸດ​ທ້າຍ. ນັກ​ກິລາ​ຈີນ​ໄດ້​ຮັບຫຼຽນຄຳ​ຂອງ​ລາຍການ​ຕໍ່​ແຮງ 3 ພັນ​ແມັດ​ເພດ​ຍິງ​ແລະຫຼຽນ​ເງິນ​ຂອງ​ລາຍການ​ຕໍ່​ແຮງ 5 ພັນ​ແມັດ​ເພດ​ຊາຍ, ​ເຮັດ​ໃຫ້​ຈີນ​ໄດ້​ຮັບຫຼຽນຄຳ 2 ຫຼຽນ​ແລະຫຼຽນ​ເງີ​ນ 6 ຫຼຽນ​ໃນ​ການ​ແຂ່ງ​ຂັນ​​ເທື່ອ​ນີ້.

ກ່ອນ​ໜ້າ​ນີ້, ນາງ​ວາງ​ມົງ ນັກ​ກິລາ​ຈີນ​ໄດ້​ຮັບຫຼຽນຄຳ 500 ​ແມັດ​ເພດ​ຍິງ.

ໃນ​ການ​ລຽນ​ລຳດັບຫຼຽນຄຳ, ທິມຈີນ​ເປັນ​ທີ​ສາມ, ທິມສ.​ເກົາຫລີ​​ເປັນ​ທີ​ໜຶ່ງ​ດ້ວຍ​ຫຼຽນຄຳ 5 ຫຼຽນ, ຫຼຽນ​ເງິນ 3 ຫຼຽນ​ແລະຫຼຽນທອງ 2 ຫຼຽນ. ທິມກາ​ນາ​ດາ​ເປັນ​ທີ​ສອງ​ດ້ວຍຫຼຽນຄຳ 3 ຫຼຽນ, ຫຼຽນ​ເງິນ 2 ຫຼຽນ​ແລະຫຼຽນທອງ 3 ຫຼຽນ.