ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-05 18:52:21    
ຮອງ​ນາຍົກ​ໄທ​ຈະ​ເຂົ້າ​ແທນ​ທ່ານ​ທັກ​ສິນ​ເປັນ​ນາ​ຍົກ​ລັດ​ຖະ​ມົນຕີ​ຮັກ​ສາ​ການ​ຊົ່ວ​ຄາວ​ຂອງ​ໄທ

cri Author: MO
ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 4 ​ເມສາ, ທ່ານ​ທັກສິນ​ໄດ້​ປະກາດ​ຢ່າງ​ກະທັນຫັນ​ວ່າ, ຈະ​ບໍ່​ຮັບ​ຕຳ​ແໜ່​ງ​ນາຍົກລັດຖະມົນຕີ​ໃນ​ລັດຖະບານ​ຊຸດ​ໃໝ່. ຕໍ່​ເລື່ອງ​ນີ້, ວັນ​ທີ 5 ​ເມສາ, ສາມ​ພັກ​ຝ່າຍ​ຄ້ານ​ໃຫຍ່​ຂອງ​ໄທ​ໄດ້​ສະ​ແດງຄວາມ​ຊົມ​ເຊີຍ​ຕໍ່​ການສະ​ແດງ​ທ່າ​ທີ​ຂອງ​ທ່ານ​ທັກສິນ, ​ເຫັນ​ວ່າ, ການ​ຕົກລົງ​ທີ່​ເຫັນ​ແກ່​ພາກສ່ວນ​ໃຫຍ່​ດັ່ງກ່າວ​ນີ້​ແມ່ນ​ຢາ​ດີ​ສຳລັບ​ສິ້ນ​ສຸດວິ​ກິດ​ການ​ທາງ​ການ​ເມືອງ​ຂອງ​ໄທ. ​ແຕ່​ສະຫະພັນ​ປະຊາທິປະ​ໄຕ​ປະຊາຊົນຂອງພັກ​ຝ່າຍ​ຄ້ານ​ພັດ​ກ່າວ​ວ່າ, ທ່ານ​ທັກສິນ​ຄວນ​ບໍ່​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີຮັກສາການ​ອີກ​ກ່ອນ​ທ້າຍ​ເດືອນ​ນີ້, ຖ້າ​ບໍ່​ດັ່ງນັ້ນ, ຈະ​ສືບຕໍ່ຈັດຕັ້ງການສະ​ແດງ​ກຳລັງ​ໃຊ້​ກຳລັງ​ໜີບຕໍ່​ທ່ານ​ທັກສິນ.

ຕອນ​ຄ່ຳ​ວັນ​ທີ 5 ​ເມສາ, ​ໂຄສົກ​ລັດຖະບານ​ຮັກສາ​ການ​ຂອງ​ໄທ​ປະກາດ​ວ່າ, ທ່ານ​ທັກ​ສີນ​ຈະ​ຜັກ​ຜ່ອນ​ໄລຍະ​ໜຶ່ງ, ຈົນ​ຮອດ​ລັດຖະບານ​ຊຸດ​​ໃໝ່​ກຳ​ເນີ​ດ​ຂຶ້ນ. ​ໃນ​ໄລຍະ​ນີ້, ທ່ານ​ຊິດ​ໄຊ ວັນນະ​ສະຖິດ​ຈະ​ເຂົ້າ​ແທນ​ທ່ານ​ທັກສິນ​ເປັນ​ນາຍົກລັດຖະມົນຕີຮັກສາ​ການຊົ່ວຄາວ.