ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Monday    Apr 28th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 16:03:25    
ຈຳນວນ​ຄົນ​ຕາຍ​ຍ້ອນ​ຕິດ​ເຊື້ອ​ພະຍາດ​ໄຂ້​ຫວັດສັດ​ປີກ​ຢູ່ກຳປູ​ເຈຍ​ເພີ່ມ​ຂຶ້ນ​ຮອດ 6 ຄົນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ຈາກ​ພະນົມ​ເປັນວ່າ: ວັນ​ທີ 5 ​ເມສາ ທ່ານລີ​ໂຊ​ວັນ ຫົວໜ້າ​ສູນ​ປ້ອງ​ກັນ​ພະຍາດ​ຕິດ​ແປດກະຊວງ​ສາທາລະນະ​ສຸກ​ກຳປູ​ເຈຍ​ກ່າວຕໍ່​ສື່​ມວນ​ຊົນ​ວ່າ,ມື້​ດຽວ​ກັນ ມີ​ເດັກນ້ອຍ​ຜູ້​ໜຶ່ງ​ຖືກ​ຢືນຢັນ​ວ່າ​ ​​ໄດ້​ຕາຍ​ໄປຍ້ອນ​ຕິດ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກ,​ແລ້ວ​ເຮັດ​ໃຫ້​ຈຳ​ນວນ​ຄົນ​ຕາຍ​ຍ້ອນ​ເປັນ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ໃນປະ​ເທດ​ນີ້​ຫຼາຍ​ເຖິງ 6 ຄົນ.

ສະພາບ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ຢູ່ກຳ​ປູ​ເຈຍ​ເຮັດ​ໃຫ້​ລັດຖະບານ​ລາຊະ​ອະນາ​ຈັກ​ແລະ​ອົງການອະນາ​​ໄມ​ໂລກ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ.ຫວ່າງ​ມໍ່ໆ​ນີ້ ທ່ານ​ຮຸນ​ເຊ​ນ ນາຍົກລັດຖະມົນຕີກຳ​ປູ​ເຈຍ​ໃຫ້​ສຳພາດ​,ທວງ​ໃຫ້ສື່​ມວນ​ຊົນ​ຄື​ວິທະຍຸ​ກະຈາຍສຽງ​ແລະ​ໂທລະພາບ​ເປັນຕົ້ນ​ຈັດລາຍການໂຄສະນາປ້ອງ​ກັນ​ໄຂ້​ຫວັດ​ສັດ​ປີກ​​ໂດຍ​ຟີ​ໃນ​ຊ່ວງໄລຍະ​ຜູ້​ຟັງ​ແລະ​ຜູ້​ເບິ່ງ​ຫຼາຍ​.ພາກສ່ວນກະສິກຳ​ແລະ​ສາທາລະນະ​ສຸກ​ເປັນຕົ້ນພວມ​ໃຊ້​ມາດ​ຕະການອັນ​ບັງ​ເກີດຜົນ,ປ້ອງ​ກັນ​ໄຂ້​ຫວັດ​ສັດ​ປີກ​ແຜ່​ລະບາດ​ຢູ່ກຳ​ປູ​ເຈຍ.ອົງການ​ອະນາ​ໄມ​ໂລກ​ກໍ​ເພີ່ມ​ທະວີ​ການ​ຮ່ວມມື​ກັບ​ລັດຖະບານ​ກຳປູ​ເຈຍ​ໃນ​ດ້ານ​ນີ້.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040