ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-10 17:03:15    
ທ່ານ​ອານ ຈາ​ຟາ​ຣີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ຂ້າມ​ຜ່ານ​ອີ​ຣັກ​ເວົ້າ​ວ່າ​ອີ​ຣັກ​ບໍ່​ໄດ້​ຕົກ​ຢູ່​ໃນ​ສົງ​ຄາມ​ກາງ​​ເມືອງ

cri

ຕາມຂ່າວສານ​ຊິນ​ຮວາ:ວັນ​ທີ9​ເມສາ,ທ່ານອານ ຈາ​ຟາ​ຣີ ນາ​ຍົກ​ລັດຖະມົນຕີ​ລັດຖະບານຂ້າມ​ຜ່ານ​ອີຣັກ​​ໄດ້​ກ່າວ​ຄຳ​ປາ​ໄສທາງ​ໂທລະພາບ​ວ່າ, ອີຣັກບໍ່​ໄດ້​ຕົກ​ຢູ່ໃນ​ສົງຄາ​ມກາງ​​ເມືອງ.

ທ່ານ​ອານ ຈາ​ຟາຣີ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໂດຍ​ແນ​ໃສ່ຄຳ​ວິຈານກ່ຽວ​ກັບສະຖານະ​ການ​ພາຍ​ໃນປະ​ເທດ​ອີຣັກຂອງ​ທ່ານມູບາ​ລັກ ປະທານາທິບໍດີ​ເອຢິບ.ວັນ​ທີ8​ເມສາ,​ໃນ​ເວລາ​ໃຫ້​​ສຳ​ພາດ,ທ່ານ​ມູບາ​ລັກ​ເວົ້າ​ວ່າ,ສົງຄາມ​ກາງ​ເມືອງ​ອີຣັກ​ໄດ້​​ເລິ່ມ​ຕົ້ນແລ້ວ,ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຈະຖອນ​ອອກ​ຈາກ​ອີຣັກ​ໃນ​ທັນທີ​ບໍ່​ໄດ້,ຖ້າ​ບໍ່​ດັ່ງ​ນັ້ນ​,ອີຣັກຈະ​​​ເກີດ​ສົງຄາມ​ກາງ​ເມືອງ​ຢ່າງຮອບດ້ານ.

ຕໍ່​ເລື່ອງ​ນີ້,ທ່ານ​ອາ​ນ ຈາ​ຟາຣີກ່າວ​ວ່າ,​ເຖິງ​ວ່າມີ​ຄົນ​ຢາກ​ທຳລາຍ​ຄວາມ​ສາມັກຄີຊາດ​ຂອງອີຣັກ​ແທ້,​ແຕ່​ເບິ່ງ​ຈາກ​ສະພາບ​ກວມ​ລວມ​ແລ້ວ​ເຫັນ​ວ່າ,ອີຣັກຍັງ"ຄົບ​ຖ້ວນ"ຢູ່,ບໍ່​ມີ​ໃຜ​ສາມາດ​ກຳນົດ​ຄວາມ​ໝາຍຂອງການ​ປະ​ທະ​ກັນ​ລະຫວ່າງ​​ມູສລິ​ມນິກາຍ​ຊີ​ອິດ​ກັບ​ມູສລິ​ມນິກາຍຊຸນນິດຂອງອີຣັກ​ເປັນ​ສົງຄາມ​ກາງ​ເມື​ອງ​ໄດ້.