ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-10 21:40:30    
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ​ພົບ​ປະ​ທ່ານ​ຊາວ​ກ່າງ​ຊ່ວນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 10 ​ເມສາ ຢູ່​ກົວ​ລາ​ລຳ​ເປີ ທ່ານ​ນາ​ຈີ​ບູ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນ​ຕີປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ​ໄດ້ພົບ​ປະ​ທ່ານ​ພົນ​ເອກຊາວ​ກ່າງ​ຊ່ວນ ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຈີນ,ສອງ​ຝ່າຍ​ໄດ້​​ແລກປ່ຽນ​ຄວາ​ມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ລັດ ສອງ​ກອງທັບ​ແລະ​ບັນຫາ​ທີ່​ສົນ​ໃຈ​ນຳ​ກັນ.

ທ່ານ​ຊາວ​ກ່າວ​ຊ່ວນ​ເວົ້າວ່າ,ຝ່າຍ​ຈີນ​ຍິນ​ດີ​ກັບ​ຝ່າຍ​ມາ​ເລ​ເຊຍ ພ້ອມ​ກັນພະຍາຍາມ​ຊຸກຍູ້​ການ​ພົວພັວມີ​ໄມ​ຕີ​ຈິດຮ່ວມ​ມື​ລະຫວ່າງ​ສອງລັດ ສອງ​ກອງທັບ​ໃຫ້​ຂະຫຍາຍ​ລົງ​ສູ່​ລວງ​ເລິກ​ກວ່າ​ເກົ່າ.ທ່ານ​ຊາວ​ກ່າງ​ຊ່ວນຍັງ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳ​ລັດຖະບານ​ມາ​ເລ​ເຊຍ​ທີ່​​ໄດ້ຍຶດໝັ້ນຫຼັກ​ໝັ້ນຈີນ​ດຽວ​ແລະ​ສະໜັບສະໜູນ​ພາລະກິດ​ໂຮມ​ເປັນ​ເອກະ​ພາບ​ກັນຂອງ​ຈີນ.

ທ່ານ​ນາ​ຈີ​ບູ​ເວົ້າວ່າ,ຝ່າຍ​ມາ​ເລ​ເຊຍ​​ເດັດດ່ຽວ​ປະຕິບັດ​ນະ​ໂຍບາຍ​ຈີນ​ດຽວ​ແລະ​ອອກ​ແຮງ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ມາ​ເລ​ເຊຍ​ຈີນ​ທີ່​ໂຄລົບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ມີ​ໄມຕີ​ຈິດ​ຕໍ່​ກັນຢ່າງ​ບໍ່​ຢຸດ​ຢັ້ງ.ພາກສ່ວນ​ປ້ອງ​ກັນ​​ແລະ​ກອງທັບ​ປະກອບ​ອາວຸດ​ຂອງ​ມາ​ເລ​ເຊຍ​ຍິນ​ດີ​ຂະຫຍາຍ​ມິດຕະພາບ​ກັບ​ກອງທັບ​ຈີນ​ຕື່ມ​ອີກ,​ເປີດ​ກວ້າງ​ແລະ​ລົງ​ເລິກ​ຂະຫຍາຍໄມຕີ​ຈິດ​​​ແລະການ​ຮ່ວມ​ມືໃນ​ຂົງ​ເຂດ​ຕ່າງໆ.