ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-10 21:49:25    
ຄະນະ​ຜູ້​ແທນ​ກວາງຊີ​ເດີນທາງ​ໄປ​ຮອດ​ມຽນມາ,​ເລີ່ມຢ້ຽມຢາມ​ມຽນມາ

cri

ຕາມ​ຂ່າວ​ໜັ່ງສື​ພິມກວາງຊີ​ຢື້​ນປ້າວ:ວັນ​ທີ9 ​ເມສາ,ທ່ານ​ລູ້​ບິງ ປະທານ​ເຂດ​ກວາງຊີ​ເຜົ່າ​ຈ້ວງປົກຄອງ​ຕົນ​ເອງ​ນຳພາ​ຄະນະ​ຜູ້​ແທນສຳ​ເລັດ​ການ​ຢ້ຽມຢາມ​ສິງກະ​ໂປ​ແລ້ວ,​​ເດີນທາງ​ໄປ​ຮອດ​ຢາງ​ກຸ້ງ ນະຄອນຫຼວງມຽນມາ,​ເລີ່​ມຢ້ຽມຢາມ​ມຽນມາ​ຢ່າງ​ເປັນ​ທາງ​ການ.ຕອນ​ຄ່ຳ​ມື້​ດຽວ​ກັນ,ທ່ານລູ້​ປິງພ້ອມ​ຄະນະ​ໄດ້​​ເຂົ້າ​ຢ້ຽມທ່ານ​ກວານ​ມູ້  ​ເອກ​ອັກຄະ​ລັດ​ຖະທູດຈີນ​ປະຈຳ​ມຽນມາ,​ແລກ​ປ່ຽນ​ຄວາມ​ເຫັນກັນ​ກ່ຽວ​ກັບ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ເສດຖະກິດການ​ຄ້າ​ລະຫວ່າງ​ກວາງຊີ​ກັບ​ມຽນມາຕື່ມ​ອີກ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ກວານ​ມູ້​ກ່າວ​ວ່າ,ກວາງຊີ​ສາມາດ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລ​ະການ​ຮ່ວມ​ມື​ດ້ານ​ເສດຖະກິດການ​ຄ້າ​ກັບ​ມຽນມາ​ໃນ​ຫຼາຍ​ຂົງ​ເຂດ,ບັນລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ຮ່ວມ​ມື​ກັນພັດທະນາ.​ການ​ຢ້ຽມຢາມ​ຂອງຄະນະ​ຜູ້​ແທນ​ກວາງຊີ​ເທື່ອນີ້,ຄົງ​ຈະ​ເພີ່ມ​ທະວີ​ມິດຕະພາບ​ດັ້ງ​ເດີມ​ແລະ​ການ​ຮ່ວມ​ມື​ດ້ານ​ເສດຖະກິດການ​ຄ້າ​ລະຫວ່າງ​ສອງຝ່າຍ​ຕື່ມ​ອີກ.

ທ່ານ​ລູ້​ບິ່ງ​ກ່າວ​ວ່າ,ກວາງຊີ​ປະຕິບັດ​ຍຸດ​ທະ​ສາດພັດທະນາ​ເສດຖະກິດ​ສັງຄົມ​ທີ່"​ເສີມ​ຂະຫຍາຍ​ທ່າ​ແຮງ,ອາ​ໄສ​ພາກ​ຕາ​ເວັນ​ອອກ​ຮ່ວມມື​ກັບ​ພາກ​ຕາ​ເວັນ​ຕົກ,ພັດທະນາ​ສູ່​ພາກ​ໃຕ້",​ໃນ​ຖານຜູ້​ຈັດ​ງານ​ເອັກສ໌​ໂປ​ຈີນ​ອາຊ​ຽນ,ສຸດ​ທີ່​ເອົາ​ໃຈ​ໃສ່​ການ​ຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າ​ກັບບັນດາປະ​ເທດອາຊ​ຽນ.