|
 |
(GMT+08:00)
2006-04-11 16:47:43
|
 |
ທ່ານໂຊວິນ ນາຍົກລັດຖະມົນຕີມຽນມາພົບປະທ່ານລູ້ປິ່ນພ້ອມດ້ວຍຄະນະ
cri
Author: da
ໜັງສືພິມກວາງຊີຢື້ປ້າວລາຍງານວ່າ: ວັນທີ 10 ເມສາ,ຢູ່ຢາງກຸງ ທ່ານໂຊວິນ ນາຍົກລັດຖະມົນຕີມຽນມາໄດ້ພົບປະຄະນະຜູ້ແທນເຂດກວາງຊີທີ່ນຳໂດຍທ່ານລູ້ປິ່ນ ປະທານເຂດກວາງຊີເຜົ່າຈ້ວງປົກຄອງຕົນເອງ,ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການເພີ່ມທະວີມິດຕະພາບ ການແລກປ່ຽນແລະການຮ່ວມມືທາງເສດຖະກິດການຄ້າຕື່ມອີກ.ທ່ານໂຊວິນ ນາຍົກລັດຖະມົນຕີມຽນມາເວົ້າວ່າ,ທ່ານຈະເຂົ້າຮ່ວມກອງປະຊຸມສຸດຍອດລະລຶກຈີນອາຊຽນແລະງານເອັກສ໌ໂປຈີນອາຊຽນຄັ້ງທີ 3 ທີ່ຈະຈັດຂຶ້ນຢູ່ຈີນໃນປີນີ້,ແລະຈະອອກແຮງຊຸກຍູ້ໃຫ້ວົງການວິສຫາະກິດອຸດສາຫະກຳການຄ້າມຽນມາເພີ່ມທະວີການແລກປ່ຽນແລະການຮ່ວມມືກັບບັນດາຝ່າຍເຂດກວາງຊີ.
ທ່ານໂຊວິນເວົ້າວ່າ,ຍອດມູນຄ້າການຄ້າລະຫວ່າງສອງຝ່າຍໃນປີ 2005 ໄດ້ເພີ່ມຂຶ້ນເກືອບເຖິງ 1 ຕື້ 400 ລ້ານໂດລາສະຫະລັດ,ຍັງມີຊ່ອງຫວ່າງເພີ່ມຂຶ້ນຢ່າງສືບເນື່ອງ.
ໃນການພົບປະ ທ່ານລູ້ປິ່ນເວົ້າວ່າ,ເຂດກວາງຊີກັບມຽນມາຕ່າງມີທ່າແຮງແລະເອກະລັກຂອງຕົນ,ມີຄວາມຕາບຈູນກັນຢ່າງຫຼວງຫຼາຍໃນດ້ານອົງປະກອບຊັບພະຍາກອນ ອົງປະກອບອຸດສາຫະກຳ ແລະອົງປະກອບຕະຫຼາດເປັນຕົ້ນ,ມີພື້ນຖານຮ່ວມມືທາງເສດຖະກິດການຄ້າອັນດີງາມ,ມີຄວາມບົ່ມຊ້ອນອັນໃຫຍ່ຫຼວງໃນການລົງເລິກຮ່ວມມືທາງເສດຖະກິດການຄ້າແລະລົງທຶນເຊິ່ງກັນແລະກັນ.
|
|
|