ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-12 18:01:19    
ທ່ານ​ນາງ​ອູ​ອີ​ເວົ້າ​ວ່າ,​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ຊາ​ຊົນ​ສອງ​ຊາດ

cri Author: da

ຕາມ​ຂ່າວCRI:ວັນ​ທີ 11 ​ເມສາ ຢູ່​ວໍ​ຊິງ​ຕັນ ນະຄອນຫຼວງ​ອາ​ເມ​ລິ​ກາ,ທ່ານ​ນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີຈີນ ທັງ​ເປັນປະທານຝ່າຍຈີນ​ຂອງຄະນະ​ກຳມະການ​ປະສົມ​ກາ​ນຄ້າ​ຈີນ​ອາ​ເມ​ລິ​ກາ​ໄດ້​ກ່າວ​ວ່າ,ການ​ເພີ່ມ​ທະວີ​ການພົວພັນ​ທາງ​ການ​ຄ້າ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງຊາດ.

ທ່ານ​ນາງ​ອູ​ອີ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຄັ້ງທີ 17.ທ່ານ​ນາງ​ຊີ້​ອອກ​ວ່າ,ຄວາມ​ຕາບ​ຈູ​ນກັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາໃນ​ດ້ານ​ເສດຖະກິດ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້ານັ້ນ,​ແມ່ນພະລັງ​ແມ່​ແຮງ​ແຫ່ງ​ການ​ຂະຫຍາຍ​ການ​ພົວພັນ​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ຖາ​ວອນ.

ໃນ​ເວລາ​ກ່າວ​ເຖິງ​ບັນຫາ​ຂາດ​ດຸນ​ການ​ຄ້າງ​ວດ​ໃຫຍ່​ຂອງ​ຝ່າຍ​ອາ​ເມ​ລິ​ກາ,ທ່ານ​ນາງ​ອູ​ອີ​ເວົ້າວ່າ,ຝ່າຍ​ອາ​ເມ​ລິ​ກາ​ຄວນ​ແກ້​ໄຂ​ການ​ຈຳກັດ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ໄຮ​ເຕັກ​ໃຫ້​ຈີນ,​​ເພື່ອຜ່ອນຄາຍ​ຄວາມ​ບໍ່​ດຸນ​ດ່ຽງ​ກັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.ອາ​ເມ​ລິ​ກາ​ແມ່ນ​ປະ​ເທດ​ທີ່​ຈະ​ເລີ​ນກວ່າ​ເພິ່ນໃນ​ໂລກ,​ໄຮ​ເຕັກ​ແລະວິທະຍາສາດ​ເຕັກນິກ​ສູງ​ຂອງ​​ເຂົາ​ແມ່ນ​ຢູ່​ໃນ​ລະດັບ​ໜ້ານຳ​ໃນ​ທົ່ວ​ໂລກ,ຄວນ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ວິທະຍາສາດເຕັກນິກ​ສູງ​,ສົ່ງ​ອອກ​ໃຫ້​ຈີນ.

​ໂດຍ​​ແນ​ໃສ່​ການ​ກະທຳ​ຂອງ​ສະມາຊິກ​ສະພາ​ອາ​ເມ​ລິ​ກາ​ທີ່​ສະ​ເໜີ​ຍັດຕິ​ລົງ​ໂທດ​ເພື່ອ​ສະ​ແຫວ​ງການ​ແກ້​ໄຂ​ບັນຫາ​ຂາດ​ດຸນ​ທາງ​ການ​ຄ້າ​ຂອງ​ອ​າ​ເມ​ລິ​ການັ້ນ,​ໃນ​ງານ​ຖະ​ແຫຼ​ງຂ່າວ ທ່ານ​ຄາ​ໂລ​ສ໌ ກູ​ເຕຍ​ເລ​ສ໌ ປະທານ​ຝ່າຍ​ອາ​ເມ​ລິ​ກາຂອງ​ກອງ​ປະຊຸມ ລັດຖະມົນຕີ​ການ​ຄ້າ​ອາ​ເມ​ລິ​ກາຊີ້​ອອກ​ວ່າ,ວິທີ​ແກ້​ໄຂການ​ຂາດ​ດຸນ​ທາງ​ການ​ຄ້າ​ໃນ​ປະຈຸ​ບັນ ​ແມ່ນ​ເພີ່ມ​​ສົ່ງ​ອອກ​ຂອງ​ອາ​ເມ​ລິ​ກາ​ໃຫ້​ຈີນ,ຫາກ​ບໍ່​ແມ່ນ​ຕັ້ງອຸປະສັກ ຫຼຸດ​ການ​ນຳ​ເຂົ້າ​ໃຫ້​ໜ້ອຍ​ລົງ.