ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-12 19:12:16    
ທ່ານ​ໂງ​ຈົກ​ຕົງ​ເວົ້າ​ວ່າ,​ການ​ພັດ​ທະ​ນາ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ອາ​ຊີ​ແລະ​ໂລກ

cri Author: da
ຕາມຂ່າວສານ​ຊິນຮວາ:ວັນ​ທີ 11 ​ເມສາ ກ່ອນ​ຈະ​ມາ​ຢາມ​ຈີນ ທ່ານ​​ໂງ​ຈົກ​ຕົງ ລັດຖະບຸລຸດ​​ສິງກະ​ໂປ​ໄດ້​​ໃຫ້ສຳພາດ​ຕໍ່​ນັກ​ຂ່າວ​ຊິນ​ຮວາ​ວ່າ,ສິງກະ​ໂປ​ຊົມ​ເຊີຍ​ການ​ພັດທະນາ​ຂອງ​ຈີນ​ແລະ​ຖື​ເປັນ​ໂອກາດ​ທີ່​ໄດ້​ຍາກ.ການ​ພັດທະນາ​ຂອງ​ຈີນ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ອາ​ຊຽນ​ແລະ​ອາຊີ,ທັງ​ມີ​ຜົນ​ດີ​ຕໍ່​ໂລກ.

ທ່ານ​​ໂງ​ຈົກ​ຕົງ​ເວົ້າວ່າ,​​10ປີ​ຜ່ານ​ມາ,​ເສດຖະກິດ​ຈີນ​ໄດ້​​ເຕີບ​ໂຕ​ຢ່າງວິ​ເສດ​ວິ​ໂສນີ້​ແມ່ນ​ປັດ​ໄຈ​ສຳຄັນ​ຫຼາຍ​ທີ່​ຊຸກຍູ້​ການ​ເຕີບ​ໂຕ​ຂອງເສດຖະກິດ​ພາກ​ພື້ນ.​ເວົ້າສຳລັບ​ໂລກ​ພາຍ​ນອກ​ແລ້ວ,ປະຈຸ​ບັນ ຈີນ​ໄດ້​ກາ​ເຍປັນ​ບ່ອນລົງທຶນ​​ໃຫຍ່​​ແລະ​ຕະຫຼາດ​ທີ່​ເຕັມ​ໄປດ້ວຍ​ໂອກາດ.

​ໃນ​ເວລາ​ກ່າວ​ເຖິງ​ການ​ພົວພັນ​ລະຫວ່າງ​ຈີນກັບ​ອາ​ຊຽນ,ທ່ານ​ໂງ​ຈົກ​ຕົງ​ເວົ້າວ່າ,ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ອາ​ຊຽນກັບ​ຈີນ,ມີ​ຜົນ​ດີ​ຕໍ່​ການ​ບັນລຸ​ອາຊີ​ທີ່​ສັນຕິພາບ ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​​ເຕັມ​ໄປ​ດ້ວຍ​ຊີວິດ​ຊີວາ.ປະຈຸ​ບັນ ອາ​ຊຽນຄອງ​ຄອຍ​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນຍາ​ກັບ​ຈີນ​ໃນ​ຂົງ​ເຂດ​​ບໍ​ລິການ​ແລະ​ການ​ລົງທຶນ​ໂດຍ​ໄວ,ນີ້​ຈະອຳນວຍ​ຄວາມ​ສະດວກແລະ​ມີ​ຜົນ​ດີ​ຕໍ່​ການ​ການ​ຕິດ​ຕໍ່​ພົວພັນ​ທາງ​ການ​ຄ້າ​ແລະ​ການແລກປ່ຽນກັນ​ລະຫວ່າງ​ພະນັກງານ​ ​ອາ​ຊຽນກັບ​ຈີນ​ຢ່າງ​ຫຼວງ​ຫຼາຍ.

ທ່ານ​​ໂງ​ຈົດ​ຕົງ​ເຫັນ​ວ່າ,​ໃນ​ບັນຫາ​ຍຸດ​ທະ​ສາດ​ແລະ​ຄວາມ​ໝັ້ນຄົງ,ອາ​ຊຽນກັບ​ຈີນ​ໄດ້​ເພີ່ມ​ທະວີ​ການ​ສົນທະນາ​ກັນ,​ເພື່ອ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ.

​ໃນ​ເວລາ​ກ່າວ​ເຖິງ​ການ​ພົວພັນ​ລະຫວ່າງ​ສິງກະ​ໂປກັບຈີນ,ທ່ານ​​ໂງ​ຈົກ​ຕົງ​ເວົ້າວ່າ,ການ​ພົວພັນ​ທະວີ​ພາຄີລະຫວ່າງ​ສິງກະ​ໂປ​ຈີນ​ໄດ້​ນັບ​ມື້​ນັບ​ສຸກ​ງອມ​ແລະ​ຂະຫຍາຍ​ອອກ,ສອງ​ປະ​ເທດ​ມີ​ການ​ແລກປ່ຽນ​ກັນ​ຢ່າງ​ກວ້າງຂວາງ​ໃນ​ຫຼາຍ​ຂົງ​ເຂດ.

​​ທ່ານ​ໂງ​ຈົກ​ຈົງຈະ​ມາ​ຢາມ​ຈີນ​ຕາມ​ຄຳ​ເຊີນ​ຂອງ​ລັດຖະບານ​ຈີນ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 18 ​ເມສາ.