|
 |
(GMT+08:00)
2006-04-12 21:21:43
|
 |
ນາຍົກລັດຖະມົນຕີມາເລເຊຍພົບປະທ່ານຊາວກ່າງຊ່ວນ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 12 ເມສາ ຢູ່ພູທຼາຈາຢາ ສູນບໍລິຫານລັດຖະບານສະຫະພັນມາເລເຊຍ ທ່ານບາດາວີ ນາຍົກລັດຖະມົນຕີມາເລເຊຍໄດ້ພົບປະທ່ານພົນເອກຊາວກ່າງຊ່ວນ ຮອງປະທານຄະນະກຳມະການການທະຫານສູນກາງຈີນ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນທີ່ພວມຢ້ຽມຢາມສັນຖະວະໄມຕີມາເລເຊຍຢ່າງເປັນທາງການ.
ທ່ານບາດາວີເວົ້າວ່າ,ລັດຖະບານມາເລເຊຍເອົາໃຈໃສ່ນຳການຂະຫຍາຍການພົວພັນໄມຕີຈິດຮ່ວມມືກັບຈີນໃນຂົງເຂດຕ່າງໆ,ຈະເຮັດຄືແຕ່ເກົ່າເມືອຫຼັງໂຄລົບຫຼັກໝັ້ນຈີນດຽວ.ການປັບປຸງແລະຂະຫຍາຍມິດຕະພາບແລະການຮ່ວມມືລະຫວ່າງມາເລເຊຍກັບຈີນຢ່າງບໍ່ຢຸດຢັ້ງ,ສອດຄ່ອງກັບຜົນປະໂຫຍດກົກຮາກຂອງປະຊາຊົນສອງຊາດ,ທັງມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນແລະຂອງໂລກ.
ທ່ານຊາວກ່າງຊ່ວນເວົ້າວ່າ,ການພົວພັນລະຫວ່າງຈີນມາເລເຊຍຂະຫຍາຍຢ່າງສະດວກ,ຊັ້ນສູງລະຫວ່າງສອງປະເທດໄປມາຫາສູ່ກັນຢ່າງສະໜິດແໜ້ນ,ການຮ່ວມມືທາງເສດຖະກິດການຄ້າໄດ້ຮັບປະສິດທິຜົນອັນຈະແຈ້ງ,ການຄ້າລະຫວ່າງສອງຝ່າຍກໍເພີ່ມຂຶ້ນຢ່າງວ່ອງໄວ,ການຮ່ວມມືໃນຂົງເຂດຕ່າງໆໄດ້ກວ້າງອອກຢ່າງບໍ່ຂາດສາຍ,ສອງຝ່າຍໄດ້ປະສານງານແລະສົມທົບກັນເປັນຢ່າງດີໃນວຽກງານສາກົນແລະພາກພື້ນທີ່ສຳຄັນຢ່າງຫຼວງຫຼາຍ.
|
|
|