|
 |
(GMT+08:00)
2006-04-13 21:40:06
|
ທ່ານລີຊຽນລົງ ນາຍົກລັດຖະມົນຕີສິງກະໂປພົບປະທ່ານຊາວກ່າງຊ່ວນ
cri
Author: da
ຕາມຂ່າວCRI: ວັນທີ 13 ເມສາ ທ່ານລີຊຽນລົງ ນາຍົກລັດຖະມົນຕີສິງກະໂປໄດ້ພົບປະທ່ານຊາວກ່າງຊ່ວນ ຮອງປະທານຄະນະກຳມະການການທະຫານສູນກາງຈີນ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນທີ່ພວມຢ້ຽມຢາມຢູ່ສິງກະໂປ.
ທ່ານລີຊຽນລົງເວົ້າວ່າ,ການພົວພັນສີງກະໂປຈີນຂະຫຍາຍເປັນຢ່າງດີ,ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການເມືອງ ເສດຖະກິດ ການທະຫານ ການຄ້າ ການທ່ອງທ່ຽວແລະການລົງທຶນເປັນຕົ້ນໄດ້ຮັບຄວາມຄືບໜ້າຢ່າງສະດວກ.ສອງຝ່າຍຄວນສືບຕໍ່ຮັກສາທ່ວງທ່າຮ່ວມມືນີ້,ຕັ້ງໜ້າຊອກຄົ້ນຊ່ອງທາງໃໝ່ທີ່ລົງເລິກການຮ່ວມມືລະຫວ່າງສອງຝ່າຍ,ຊຸກຍູ້ການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດຂຶ້ນສູ່ລະດັບໃໝ່.ທ່ານລີຊຽນລົງເວົ້າວ່າ,ລັດຖະບານສິງກະໂປຈະເດັດດ່ຽວປະຕິບັດນະໂຍບາຍຈີນດຽວ,ຄັດຄ້ານ"ໄຕ້ຫວັນເປັນເອກະລາດ".
|
|
|