ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-18 10:47:11    
ຈີນ​ຣັດ​ເຊຍ​​ຈະ​ພ້ອມ​ກັນ​ຊຸກ​ຍູ້​ໃຫ້​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ​ດ້ວຍ​ວິ​ທີ​ທາງ​ການ​ທູດ

cri Author: da
ຕາມ​ຂ່າວCRI: ວັນ​ທີ 17 ​ເມສາ ຢູ່​ມົສກູ ທ່ານລັຟລົຟ ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ເຈລະຈາ​ກັບ​ທ່ານ​ຊຸ່ຍ​ທ່ຽນ​ຂາ​ຍ ຜູ້​ຊ່ອຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ,ສອງ​ຝ່າຍ​ເປັນ​ເອ​ກະສັນ​ກັນ​ສະ​ແດງ​ວ່າ ຈະ​ພ້ອມກັນ​ຊຸກຍູ້​ໃຫ້​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ອີຣານດ້ວຍ​ວິທີ​ທາງ​ການ​ທູດ.

​ໃນ​ການ​ເຈລະຈາ ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ບັນຫາ​ນິວ​ເຄຼຍຂອງອີຣານ,ພ້ອມ​ກັນ​​ຊຸກຍູ້​ໃຫ້​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ອີຣານດ້ວຍການ​ເຈລະຈາ​ແລະ​ວິທີ​ທາງ​ການ​ທູດຢ່າງ​ເໝາະ​ສົມ.ທ່ານລັຟລົຟ​ເວົ້າວ່າ,​ໃຕ້​ສະຖານະ​ພາບ​​ໃນ​ສະ​ເພາະ​ໜ້າ​ນີ້,ບັນດາ​ຝ່າຍ​ຄວນ​ເພີ່ມ​ຄວາມ​ພະຍາຍາມ​ທາງ​ການ​ທູດ,ຫຼີກ​ເວັ້ນ​ໃຫ້ບັນຫາ​ນິວ​ເຄຼຍຂອງອີຣານ​ເລື່ອນ​ຂັ້ນຕື່ມ​ອີກ.ທ່ານ​ຊຸ່ຍ​ທ່ຽນ​ຂາ​ຍ​ເວົ້າວ່າ,ຝ່າຍ​ຈີນ​ສະໜັບສະ​ໜູນ​ແລະ​ຍິນ​ດີ​ປະສານ​ສົມທົບກັບຣັດ​ເຊຍ​ໃຫ້​ເສີມ​ຂະຫຍາຍ​ບົດບາດ​ຕື່ມ​ອີກ​.