ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-26 10:59:24    
ອາ​ເມ​ລິ​ກາ​ຕິຕຽນ​ອີຣານ​ເຈ​ຕະ​ນາ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ທີ່​ເນື່ອງ​ມາ​ຈາກ​ບັນ​ຫາ​ນີວ​ເຄຼຍ​​ນັ້ນ​ເລື່ອນ​ຂັ້ນ

cri

ຕາມ​ຂ່າ​ວສານ​ຊິນ​ຮວາ​: ວັນ​ທີ25​ເມສາ, ທ່ານ​ແມັກ​​ເລ​ເລັນ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ກ່າວ​ຕໍ່​ວົງການໜັງສືພິມວ່າ, ຖະ​ແຫຼ​ງການ​ທີ່​ລັດຖະບານ​ອີຣານປະກາດ​ໃນ​ຫວ່າງ​ມໍ່ໆ​ນີ້​ນັ້ນ​ສະ​ແດງ​ວ່າ​​ເຂົາ​​ເຈຕະນາ​ເຮັດ​ໃຫ້​ສະຖານະ​ການ​ເຄັ່ງ​ຕຶງ​ທີ່​​ເນື່ອງ​ມາ​ຈາກບັນຫາ​ນີວ​ເຄຼຍອີຣານ​​​ເລື່ອນ​ຂັ້ນ, ​ແລະ​ສືບ​ຕໍ່​ເປັນ​ປໍ​ລະ​ປັກ​​ກັບ​ປະຊາ​ຄົມ​ໂລກ.

ທ່ານ​ແມັກ​ເລ​ເລັນ​ກ່າວ​ວ່າ, ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ຈະ​ໄດ້​ຮັບ​ບົດ​ລາຍ​ງານ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍອີຣານທີ່​ທ່ານ​ບາ​ລາຕີ ຜູ່​ອຳນວຍ​ການ​​ໃຫຍ່​ອົງການ​ພະລັງງານ​ປະລະມາ​ນູສາກົນສະ​ເໜີໃຫ້​​ໃນ​ອາທິດ​ນີ້, ອາ​ເມ​ລິ​ກາ​ຫວັງ​ໃຫ້​ບົດ​ລາຍ​ງານ​ສະບັບ​ນີ້​ຈະ​ສະ​ແດງ​ວ່າ​ອີຣານສືບ​ຕໍ່​ໃຊ້​ຫຼັກ​ໝັ້ນບໍ່​ຮ່ວມ​ມື. ທ່ານ​ຍັງ​ກ່າວ​ວ່າ, ​ໂດຍ​ແນ່​ໃສ່​ຫຼັກ​ໝັ້ນ​ບໍ່​ຮ່ວມ​ມື​ຂອງ​ອີຣານ, ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ຄວນ​ພິຈາລະນາ​ໃຊ້​ມາດ​ຕະການ​​ຕໍ່​ອີຣານອີກ​ແລ້ວ.