ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-28 18:08:57    
ສະ​ຖາ​ບັນ​ຂົງ​ຈື້​ຫຼັງ​ທຳ​ອິດ​ຢູ່​ເຢຍ​ລະ​ມັນ​ໄດ້​ສ້າງ​ຕັ້ງ​ຂຶ້ນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 27 ​ເມສາ,ສະ​ຖາ​ບັນ​ຂົງຈືຫຼັງ​ທຳ​ອິດ​ຂອງເຢຍລະ​ມັນ​ທີ່​ມະຫາວິທະຍາ​ໄລ​ປັກ​ກິ່ງ​ແລະ​ມະຫາວິທະຍາ​ໄລ​ເສລີ​ແບກ​​ແລງຮ່ວມ​ສ້າງໄດ້​ສ້າງຕັ້ງຂຶ້ນຢູ່​ມະຫາວິທະຍາ​ໄລ​ເສລີແບກ​ແລງຢ່າງ​ເປັນ​ທາງ​ການ.

​ໃນ​ພິທີ​ເປີດ​ຜ້າ​ປົກ​ປ້າຍທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ມາ​ຊັ້ນຢົງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ເຢຍລະ​ມັນ​ເວົ້າວ່າ,ທ່ານ​ຫວັງ​ໃຫ້​ສະ​ຖາ​ບັນ​ຂົງຈື້ຂອງ​ມະຫາວິທະຍາ​ໄລ​ເສລີ​ແບກ​ແລງ​ທີ່​ສ້າງຕັ້ງຂຶ້ນ,​ສາມາດ​ເລີ່​ມ​ແລກປ່ຽນດ້ານ​ພາສາ​ແລະ​ວັດທະນະທຳ​ລະຫວ່າງ​ຈີນ​ກັບ​ເຢຍລະ​ມັນ,ຕອບສະໜອງ​ຄວາມ​ຮຽກຮ້ອງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ປະຊາຊົນ​ເຢຍລະ​ມັນ​ໃນ​ດ້ານ​ຮຽນ​ພາສາ​ຮັ້ນ​ແລະ​ຮຽນຮູ້​ວັດທະນະທຳ​ຈີນ,​ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເພື່ອເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ,ຊຸກຍູ້ການ​ແລກປ່ຽນ​ວັດທະນະທຳ​ແລະ​ຂະຫຍາຍການ​ພົວພັນ​ໄມຕີ​ຈິດ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ປອດ​ໃສ.

ທ່ານ​ເດຍ​ເທີ ​ເລັນ​ເຊັນ ອະທິການ​ບໍດີ​ມະຫາວິທະຍາ​ໄລ​​ເສລີ​​ແບກ​​ແລງ​ເວົ້າວ່າ,ການ​ສ້າງຕັ້ງສະ​ຖາ​ບັນຂົງຈື້ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ແລກປ່ຽນ​ແລະ​ຮ່ວມ​ມືກັນ​ທາງ​ວັດທະນະທຳ​ລະຫວ່າງ​ເຢຍລະ​ມັນ​ກັບ​ຈີນ,ທ່ານ​ຫວັງ​ໃຫ້​ສະ​ຖາ​ບັນ​ຂົງຈື້ຂະ​ຫຍາ​ຍຜົນ​ສະທ້ອນ​ຂອງ​ການ​ແລກປ່ຽນ​ວັດທະນະທຳ​​ເຢຍລະ​ມັນ​ຈີນ​ໄປ​ຮອດ​ສັງຄົມ​ເຢຍລະ​ມັນ,ຊຸກຍູ້​ໃຫ້​ປະຊາຊົນ​ເຢຍລະ​ມັນ​ຮູ້ຈັກ​ວັດທະນະທຳ​ຈີນຫຼາຍ​ຂຶ້ນ​ຕື່ມ​ອີກ.