|
 |
(GMT+08:00)
2006-04-30 17:19:06
|
ການເລືອກຕັ້ງສະພາແຫ່ງຊາດຄັ້ງທີ 6ຂອງລາວເລີ່ມຈັດຂຶ້ນ
cri
Author: da
ຕາມຂ່າວCRI: ການປ່ອນບັດເລືອກຕັ້ງສະພາແຫ່ງຊາດຄັ້ງທີ 6 ຂອງລາວໄດ້ຈັດຂຶ້ນຢູ່ທົ່ວປະເທດໃນຕອນເຊົ້າວັນທີ 30 ເມສາ.
ຕາມໄດ້ຊາບ,ວຽກງານປ່ອນບັດເລືອກຕັ້ງສະພາແຫ່ງຊາດເລີ່ມຈັດຂຶ້ນໃນ 6 ໂມງເຊົ້າໃນມື້ດຽວກັນ,ແລະຈະສິ້ນສຸດລົງໃນ 5 ໂມງແລງມື້ດຽວກັນ.ມີຜູ້ສະໝັກຮັບເລືອກຕັ້ງ 175 ຄົນເຂົ້າຮ່ວມການແຂ່ງຂັນທີ່ນັ່ງສະມາຊິກສະພາແຫ່ງຊາດ 115 ທີ່ນັ່ງ.ທົ່ວປະເທດລາວແບ່ງອອກເປັນ 17 ເຂດເລືອກຕັ້ງ.ຜູ້ມີສິດເລືອກຕັ້ງທີ່ຊອບກົດໝາຍຂອງການເລືອກຕັ້ງສະພາແຫ່ງຊາດຄັ້ງນີ້ລວມມີປະມານ 2 ລ້ານ 7 ແສນ 5 ໝື່ນຄົນ.
ອີງຕາມຂໍ້ກຳນົດຂອງລັດຖະທຳມະນູນຂອງລາວ,ຜົນການເລືອກຕັ້ງຕ້ອງປະກາດພາຍໃນ 10 ມື້ຫຼັງມື້ຈັດການເລືອກຕັ້ງ.
|
|
|