ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-30 18:40:15    
ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ​ຮຽກ​ຮ້ອງ​ໃຫ້​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ແຫ່ງ​ຊາດ​ເພື່ອ​ຫາ​ລື​ວິ​ກິດ​ການ​ໃນ​ສະ​ເພາະ​ໜ້າ​ນີ້

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 29 ​ເມສາ ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ໄດ້​ອອກ​ຖະ​ແຫຼ​ງການ,​ຮຽກຮ້ອງ​ໃຫ້​ຈັດ​ກອງປະຊຸມ​ສົນທະນາ​​ແຫ່ງ​ຊາດຮອບດ້ານ,​ເພື່ອ​ຫາລື​ວິ​ກິດ​ການທີ່​ປາ​ເລັສຕີນ​ປະ​​ເຊີນ​ໃນ​ສະ​ເພາະ​ໜ້າ​ນີ້.

ຫ້ອງວ່າການປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ເຜີຍ​ໃຫ້​ຮູ້ວ່າ,ທ່ານ​ອັບ​ບາສຈະ​ເຊີນສະມາຊິກ​ຄະນະ​ບໍລິຫານ​ງານຂອງ​ອົງການ​ປົດປ່ອຍ​ປາ​ເລັສຕີນ ນາຍົກລັດຖະມົນຕີຂອງ​ລັດຖະບານ​ປົກ​ຄອງ​ຕົນ​ເອງ ຜູ້​​ຕາງໜ້າຂອງ​ບັນດາ​ພັກ​​ຝ່າຍແລະ​ນັກ​ປາດ​​ເປັນຕົ້ນລວມ 200 ກວ່າ​ຄົນ,ຈັດ​ກອງ​ປະຊຸມ​ສົນທະນາ​ແຫ່ງ​ຊາດ​ຮອບດ້ານຢູ່​ລາມາ​ລາ ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ແລະ​ແຖບ​ກາຊາ​ໃນ​ວັນ​ທີ 2 ພຶດສະພາ.

​ແຕ່​ອົງການ​ຮາ​ມາສປາ​ເລັສຕີນ​ສ້າງຕັ້ງລັດຖະບານ​ໃນ​ທ້າຍ​ເດືອນ​ມີນາມາ​ນີ້,ອິສລະ​ແອນ​ແລະ​ຝ່າຍ​ຕາ​ເວັນ​ຕົກປະຕິ​ບັດ​ການ​ອັດ​ຕັນ​ທາງ​ເສດຖະກິດ​ຕໍ່ປາ​ເລັສຕີນ,ຢູ່ພາຍ​ໃນ​ປາ​ເລັສຕີນ​ພັດ​ເກີດ​ມີ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ຍ້ອນ​ລະຫວ່າງ​ປະທານອົງການ​ອຳນາດ​ແຫ່ງ​ຊາດ​ກັບ​ລັດຖະບານມີຄວາມ​ເຫັນ​ແຕກ​ຕ່າງ​ກັນ​ທາງ​ການ​ເມືອງ,ປາ​ເລັສຕີນ​ພວມ​ປະ​ເຊີນ​ກັບ​ວິ​ກິດ​ການ​ທາງ​ການ​ເງິນ​ແລະ​ວິ​ກິດ​ການ​ດ້ານ​ຄວາມ​ປອດ​ໄພ​ທີ່​​ຂ້ຽວຂາດ.