|
 |
(GMT+08:00)
2006-05-04 19:44:15
|
 |
ກອງປະຊຸມລັດຖະມົນຕີການເງິນຂອງຈີນ ຍີ່ປຸ່ນແລະສ.ເກົາຫຼີ ຄັ້ງທີ 6 ກ່າວວ່າ ຈະເພີ່ມທະວີການຮ່ວມມືທາງການເງິນໃນພາກພື້ນ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 4 ພຶດສະພາ ລັດຖະມົນຕີການເງິນຂອງຈີນ ຍີ່ປຸ່ນແລະສ.ເກົາຫຼີທີ່ພວມເຂົ້າຮ່ວມກອງປະຊຸມປະຈຳປີຂອງທະນາຄານພັດທະນາອາຊີຢູ່ໄຮເດີລາບັດອິນເດຍໄດ້ຈັດກອງປະຊຸມຄັ້ງທີ 6,ແລກປ່ຽນຄວາມເຫັນກ່ຽວກັບບັນຫາຕ່າງໆເຊັ່ນ ຈ້ອງມອງເສດຖະກິດພາກພື້ນ ການຮ່ວມມືດ້ານການເງິນແລະການທະນາຄານພາກພື້ນແລະເຮັດແນວໃດຍົກສູງລັກສະນະຕົວແທນຂອງ3ປະເທດໃນອົງການການເງິນສາກົນ.
ຫຼັງກອງປະຊຸມ,ທ່ານຈິ່ນເຢິນຊິ້ງ ລັດຖະມົນຕີກະຊວງການເງິນຈີນ ທ່ານທານີກາຄິ ຊາດາຄາຈູ ລັດຖະມົນຕີກະຊວງການເງິນຂອງຍີ່ປຸ່ນແລະທ່ານຮັນດົກຊູ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນເສດຖະກິດຂອງສ.ເກົາຫຼີໄດ້ຮ່ວມກັນກ່າວວ່າ,ການຮ່ວມມືດ້ານການເງິນແລະການທະນາຄານລະຫວ່າງອາຊຽນກັບຈີນ ຍີ່ປຸ່ນ ແລະສ.ເກົາຫຼີພວມຂະຫຍາຍໄປສູ່ທິດທີ່ມີຜົນດີ,ສາມປະເທດຈະສືບຕໍ່ພະຍາຍາມ,ສະແຫວງຫາຊ່ອງທາງທີ່ອາດເປັນໄປໄດ້ທີ່ຊຸກຍູ້ການຮ່ວມມືດ້ານການເງິນແລະການທະນາຄານໃນພາກພື້ນຕື່ມອີກ,ແລະອອກແຮງຊຸກຍູ້ການພັດທະນາໂຄງການຮ່ວມມືອື່ນໆຂອງພາກພື້ນ.
|
|
|