ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-08 11:29:37    
ຣັດ​ເຊຍ​ເຫັນ​ວ່າ​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ໄດ້​ຢຸດ​ຊະ​ງັກ​ແລ້ວ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ7​ພຶດສະພາ,ທ່ານ​ຄິສ໌ລີ​ອັກ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​​ເວົ້າ​ວ່າ,ທີ່​ຈິງ​ແລ້ວ,ຂະບວນວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ໄດ້​ຢຸດ​ຊະ​ງັກແລ້ວ,ປາ​ເລັສຕິນກັບ​ອິສຣາ​ແອນ​ພວມ​ຕີ​ຕົວ​ອອກ​ຫ່າງ​ກັນ,ບັນຍາກາດ​ອັນ​ເຄັ່ງ​ຕືງພວກ​ເພິ່ມຂຶ້ນ.

ທ່ານ​ຄິສ໌ລີ​ອັກ​ເວົ້າ​ວ່າ,ການ​ເຈລະຈາສີ່​ຝ່າຍ​ກ່ຽວ​ພັບ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ ​ເຊັ່ນ,ຣັດ​ເຊຍ,ອາ​ເມ​ລິ​ກາ,ສະຫະ​ປະຊາ​ຊາດ​ກັບ​ສະຫະພາບ​ເອີ​ລົບ​ຈະຈັດ​ຂຶ້ນ​ຢູ່​ນີວຢອກ​ແມ່ນ​ເພື່ອ​ຊ່ອຍ​ເຫຼືອປາ​ເລັສຕິນກັບ​ອິສຣາ​ແອນ​​ຟື້ນ​ຟູ​ການສົນທະນາ​ກັນ,​​ແລະເຈລະຈາ​ກັນ​ຄືນ​​ໃໝ່ບົນພື້ນຖານ​ແຜນການ"​ແຜນ​ທີ່"​ເສັນທາ​ງສັນຕິພາບ​ຕາ​ເວັນ​ອອກ​ກາງ.ຣັດ​ເຊຍ​ເຫັນ​ວ່າ,ຕ້ອງ​ສົ່ງສັນຍານ​ທີ່​ຍຶດໝັ້ນ​ປະລະກຳລັງ​ຮຸນ​ແຮງ,​ເຄົາ​ລົບ​ເຊິ່ງກັນ​ແລະ​ກັນ​ແລະ​ປະຕິ​ບັນຫຼັກການ​​ໃນສັນຍາ​ທີ່​ໄດ້​ເຊັ່ນ​ກັນ ​ໃຫ້​ແກ່ປາ​ເລັສຕິນກັບ​ອິສຣາ​ແອນທັງ​ສອງ​ຝ່າຍ.

ທ່ານ​ຍັງ​ກ່າວ​ວ່າ,ສີ່​ຝ່າຍ​ກ່ຽວ​ພັບ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງຄວນ​ສະ​ແຫວ​ງຫາ​ວິທີ,​ກັ້ນກາງ​ບໍ່​ໃຫ້​ສະຖານະ​ການ​ລັດທິມະນຸດ​ຊະ​ທຳ​ຢູ່​ບົນ​ດິນ​ແດນ​ປາ​ເລັສຕິນຊຸດ​ຮ້າຍ​ລົງ,ປົກປັກ​ຮັກສາ​ລະບອບ​ອຳນາດ​ການ​ປົກຄອງ​ປາ​ເລັສຕິນທີ່​ສ້າງ​ຕັ້ງ​ຂຶ້ນພາຍ​ໃນ​ຂອບ​ຂະ​ບວນວິວັດ​ສັນຕິພາບ.