ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-10 17:45:20    
ສີ່​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ເຫັນ​ດີ​ຊ່ອຍ​ເຫຼືອ​ມວນ​ຊົນ​ປາ​ເລັສ​ຕິນ​ໂດຍ​ຜ່ານ"ກົນ​ໄກ​ສາ​ກົນ"ຢ່າງ​ຊົ່ວ​ຄາວ

cri

ຕາມ​ຂ່າວcri:ວັນ​ທີ9​ພຶດສະພາ,ຫັຼງຈາກສີ່​ຝ່າຍ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​(ຄື,ສະຫະ​ປະຊາ​ດ,ອາ​ເມ​ລິ​ກາ,ສະ​ຫະພາບ​ເອີ​ລົບ​ແລະ​ຣັດ​ເຊຍ)​​ໄດ້​ພົບ​ປະ​ເຈລະຈາຢູ່​​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່ນີວຢອກ​ແລ້ວ​ໄດ້​ອອກ​ຖະ​ແຫຼງການ​ວ່າ, ເຫັນ​ດີຊ່ອຍ​ເຫຼືອ​ປະຊາຊົນປາ​ເລັສຕິນໂດຍ​ຜ່ານ"ກົນ​​ໄກ​ສາກົນ"ຢ່າງ​ຊົ່ວຄາວ.

ໃນ​ຖະ​ແຫຼ​ງການ,ສີ່​ຝ່າຍ​ໄດ້​ຮັບ​ເຫັນ​ດີ​ນຳ​ຂໍ້​ສະ​ເໜີ​"​ກົນ​ໄກ​ສາກົນ"ທີ່​ສະຫະພາບ​​ເອີ​ລົບ​ລິ​ເລີ່​ມ,​ເຫັນ​ດີ​ຊ່ອຍ​ເຫຼືອ​ປະຊາຊົນ​ປາ​ເລັສຕິນ​ໂດຍ​ຜ່ານກົນ​ໄກ​ຊົ່ວຄາວ​ທີ່​ມີຂອບ​ເຂດ​ແລະ​​ເວລາ​ກຳນົດ​ຈຳກັດ​ດັ່ງ​ກ່າວນີ້.ຖະ​ແຫຼ​ງການ​ກ່າວ​ວ່າ,ກົນ​ໄກ​ນີ້​ຈະ​ເລິ່ມ​​ເຮັດ​ວຽກໂດຍ​ໄວ,ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈະ​ສຳ​ຫຼວດ​ກວດກາ​ຜົນຂອງກົນ​ໄກ​ດັ່ງກ່າວ​ພາຍຫຼັງ3​ເດືອນ ​ເພື່ອ​ຕົກລົງວ່າ​ມັນ​ມີ​ຄວາມ​ຈຳ​ເປັນ​​ເຮັດ​ວຽກ​ຕໍ່​ໄປຫືຼບໍ່​.ພ້ອມ​ກັນ​ນັ້ນ,ຖະ​ແຫຼງການ​ຍັງ​ທວງ​​ໃຫ້​ອິສຣາ​ແອນ​ໃຊ້ມາດ​ຕະການ​ປົງ​ແປງ​ສະພາບ​ລັດທິມະ​ນຸດ​ສະ​ທຳ​ຂອງ​ປະຊາຊົນ​ປາ​ເລັສຕິນ​ໃຫ້​ດີ​ຂຶ້ນ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ຫຼັງ​ຈາກການ​ພົບ​ປະ​ເຈລະຈາ​,ທ່ານ​ນາງ​ຟິ​ເຣ​ໂຣ-ວອນ​ເນີ ກຳມະການ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ​ເວົ້າ​ວ່າ,ສະຫະພາບ​ເອີ​ລົບ​ສະ​ເໜີ​ໃຫ້​ຈັດ​ກອງ​ປະຊຸມ​ຜູ້​ຊ່ຽວຊານ​ຢູ່​ບຼູ​ແຊ​ນ​ໂດຍ​ໄວ​ເພື່ອ​ກຳນົດ​ລາຍ​ລະອຽດ​ຂອງ"ກົນ​ໄກ​ສາກົນ",​ແລະ​ສຳ​ເລັດ​ວຽກ​ງານ​ດັ່ງກ່າວ​ພາຍ​ໃນ​ສອງ​ສາມ​ອາທິດ.