ຕາມຂ່າວcri:ວັນທີ10ພຶດສະພາ,ທ່ານນາງລີຟນີ ລັດຖະມົນຕີການຕ່າງປະເທດອິສຣາແອນກ່າວວ່າ,ອິສຣາແອນຮັບເອົາຂໍ້ຕົກລົງຂອງ4ຝ່າຍບັນຫາຕາເວັນອອກກາງ(ຄືສະຫະປະຊາຊາດ,ອາເມລິກາ,ສະຫະພາບເອີລົບແລະຣັດເຊຍ)ກ່ຽວກັບການສະໜອງການຊ່ອຍເຫືຼອຊົ່ວຄາວແກ່ປະຊາຊົນປາເລັສຕິນ,ແລະຍິນດີມອບຄ່າພາສີທີເກັບແທນທີ່ຖືກງົດໄວ້ນັ້ນໃຫ້ປາເລັສຕິນ.ມື້ດຽວກັນ,ທ່ານຮານີເຢ ນາຍົກລັດຖະມົນຕີລັດຖະບານປົກຄອງຕົນເອງຂອງປາເລັສຕິນພັດສະແດງຄວາມບໍ່ພໍໃຈຕໍ່ມະຕິຊ່ອຍເຫຼືອປາເລັສຕິນທີ່ມີເງື່ອນໄຂເບື້ອງຕົ້ນຂອງ4ຝ່າຍບັນຫາຕາເວັນອອກກາງ.
ມື້ດຽວກັນ,ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນອິສຣາແອນ,ທ່ານນາງລີຟນີເວົ້າວ່າ,ຄ່າພາສີທີ່ເກັບແທນທີ່ຝ່າຍອິສຣາແອນມອບໃຫ້ປາເລັສຕິນນັ້ນຈະເອົາມາຜ່ອນຄາຍວິກິດການລັດທິມະນຸດສະທຳຂອງປາເລັສຕິນ,ແຕ່ຈະເຂົ້າຖົງຂອງອົງການຮາມາສ໌ບໍ່ໄດ້.
ມື້ດຽວກັນ,ຢູ່ທີ່ກາຊາ,ທ່ານຮານີເຢເວົ້າວ່າ,ມະຕິຊ່ອຍເຫືຼອປາເລັສຕິນທີ່4ຝ່າຍບັນຫາຕາເວັນອອກກາງຜ່ານຮັບຮອງໃນວັນທີ9ພຶດສະພານັ້ນເຈຕະນາອ້ອມຜ່ານລັດຖະບານປົກຄອງຕົນເອງທີ່ນຳພາໂດຍອົງການຮາມາສ໌ ແລ້ວສະໜອງການຊ່ອຍເຫຼືອອັນແນ່ນອນໃຫ້ແກ່ຝ່າຍປາເລັສຕິນ,ມີຈຸດປະສົງບັງຄັບໃຫ້ລັດຖະບານປົກຄອງຕົນເອງຂອງປາເລັສຕິນຜ່ອນສັ້ນຜ່ອນຍາວໃນດ້ານສິດຜົນປະໂຫຍດທີ່ຊອບກົດໝາຍຂອງປະຊາຊົນປາເລັສຕິນແລະຮັບຮອງການຄວາມຊອບກົດໝາຍຂອງຍຶດຄອງຂອງປາເລັສຕິນ.
|