ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-16 14:42:46    
ຣັດ​ເຊຍ​ ຊູ​ແອດ​ແລະ​ປະ​ເທດ​ອື່ນໆ​ຈະ​ໃຫ້​ການ​ຊ່ອຍ​ເຫລືອ​ເທື່ອ​ໃຫມ່​ແກ່​ປາ​ເລັສ​ຕິນ

cri Author: sayvanny

ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 15 ພຶດສະພາ ຝ່າຍຣັດ​ເຊຍ ຊູ​ແອດ​ແລະ​ຊອກ​ດາ​ນີກ່າວ​ວ່າ,ຈະ​ໃຫ້ການ​ຊ່ອຍ​ເຫລືອ​​ໃຫມ່​ແກ່​ປາ​ເລັສຕິນ.

ວັນ​ທີ 15 ພຶດ​ສະ​ພາ ຢູ່​ເມືອງ​ໂຊ​ຈີ ຕົວ​ເມືອງ​ພາກ​ໃຕ້​ຂອງຣັດ​ເຊຍ ທ່ານ​ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍ​ກັບ​ທ່ານ​ອາ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໄດ້​​ເຈລະຈາ​ກັນ, ຫາລື​ຮູບ​ການ​ຣັດ​ເຊຍ​ໃຫ້ການ​ຊ່ອຍ​ເຫລືອ​ແກ່​ຝ່າຍ​ປາ​ເລັສຕິນ.ທ່ານ​ຊາຣທາ​ນົ​ຟ ຮອງ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດຣັດ​ເຊຍ​ແນະນຳ​ວ່າ, ນອກຈາກຊ່ອຍ​ເຫລືອ​ດ້ານ​ການ​ເງິນ​ແລ້ວ, ຣັດ​ເຊຍ​ຍັງ​ຈະ​ຊ່ອຍ​ອົບຮົມ​ນັກ​ການ​ທູດ,​ແລ​ະ​ໃຫ້ການ​ສະ​ຫນັບ​ສະ​ຫນູນ​ໃນ​ດ້ານ​ອື່ນໆ​ທີ່​ຕ້ອງການ​ໃນ​ການ​ກໍ່ສ້າງ​ແລະ​ເພີ່ມ​ທະວີ​ກົງ​ຈັກ​ລັດແກ່​ປາ​ເລັສຕິນ.

ວັນ​ທີ 15 ພຶດສະພາ, ທ່ານ​ນາງ​ຄາຣິນ.​ແຈ​ມທິນ ລັດຖະມົນຕີ​ວຽກ​ງານ​ຊ່ອຍ​ເຫລືອ​ຕ່າງປະ​ເທດ​ຊູ​ແອດປະກາດຕໍ່​ຊື່​ມວນ​ຊົນ​ວ່າ, ປີ​ນີ້ ຊູ​ແອດຈະ​ຜ່ານ​ສຳນັກງານ​ສົງ​ເຄາະຊາວ​ອົບ​ພະ​ຍົບ​ແລະ​ກິດຈະການ​ປາ​ເລັສຕິນຕາ​ເວັນ​ອອກ​​ໃກ້​ຂອງ​ສະຫະ​ປະຊາ​ຊາດ​ໃຫ້ ການ​ຊ່ອຍ​ເຫລືອ​ແກ່​ປາ​ເລັສຕິນທີ່​ຕົກ​ເປັນ​ເງິນ 230 ລ້ານ​ກູຣອນຊູ​​ແອດ ​(ປະມານ 40 ລ້ານ​ໂດ​ລາ​ສະຫະລັດ),​ເພີ່ມ​ຂຶ້ນຫລາຍ​ກວ່າ​ປີ​ກາຍ​ນີ້ 30 ລ້ານ​ຊູ​ແອດກູຣອນ.

ນອກ​ນີ້,​ໃນມື້​ດຽວ​ກັນ,ລັດຖະບານ​ຊອກ​ດາ​ນີ​ໄດ້​ຊູດັງ​ປະກາດ​ວ່າ, ຊອກ​ດາ​ນີຈະ​​ເລີ່​ມໃຫ້ການ​ຊ່ອຍ​ເຫລືອ​ດ້ານ​ທັນ​ຍາ​ຫານ​​ແບບມະນຸດສະທຳ​ງວດ​ທີ​ສີ່​ແກ່​ປາ​ເລັສຕິນ​ໃນ​ວັນ​ທີ 16 ພຶດສະພາ.